ຫວຽດນາມ ປັບປຸງກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍບາງສະບັບ, ໃນນັ້ນມີກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ: ການປັບປຸງ, ເພີ່ມເຕີມຄັ້ງນີ້ເພື່ອແນໃສ່ແກ້ໄຂບັນດາຈຸດອ່ອນພາຍຫຼັງ 15 ປີປະຕິບັດກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ.
ທ່ານໃຫ້ຮູ້ວ່າ: ຕ້ອງຫັນລະບຽບການບໍລິຫານເປັນງ່າຍດາຍ, ນຳໃຊ້ເຕັກໂນໂລຊີດີຈີຕອນໃນການກວດສອບບັນຊີ ແລະ ຕິດຕາມກວດກາພະລັງງານ. ເພີ່ມທະວີກົນໄກສົ່ງເສີມໃຫ້ບຸລິມະສິດດ້ານພາສີອາກອນ, ເງິນກູ້ຢືມດອກເບ້ຍຕ່ຳ, ສໍາຫຼວດກວດຄືນບັນດາຂໍ້ກຳນົດກ່ຽວຂ້ອງເຖິງກອງທຶນ, ບຸລິມະສິດການເງິນ ເພື່ອຮັບປະກັນໃຫ້ເໝາະສົມກັບກົດໝາຍງົບປະມານແຫ່ງລັດສະບັບປັບປຸງໃນໄລຍະຈະມາເຖິງ, ກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ ຕ້ອງຄົບຊຸດ, ຕິດເຊື່ອມຕໍ່ເຂົ້າກັນ.
ຄໍາເຫັນ