ຫວຽດນາມ ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ 10% ຂຶ້ນ​ໄປ

ຫວຽດນາມ ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ 10% ຂຶ້ນ​ໄປ

ຫວຽດນາມ ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ 10% ຂຶ້ນ​ໄປ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະ ກິດໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຕິດຂັດຫຼາຍຢາງ, ໂຄງການຍັງຄົງຄ້າງ, ແກ່ຍາວ, ປຸກ ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາກຳລັງໜູນພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາໂດຍໄວ ແລະ ຍືນຍົງ.

 ກ່ຽວກັບສະພາບການ, ໝາກຜົນຂອງການຜັນຂະຫຍາຍແກ້ໄຂບັນດາໂຄງການ, ວິສາຫະກິດມີຄວາມຄືບໜ້າຊັກຊ້າ, ບໍ່ມີປະສິດທິຜົນຂອງຂະແໜງອຸດສາຫະກຳການຄ້າ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາໜ້າທີ່, ມາດຕະການ ແລະ ກຳນົດເວລາປະຕິບັດສຳເລັດສຳລັບແຕ່ລະກະຊວງ, ອົງການ ແລະ ວິສາຫະກິດທີ່ກ່ຽວຂ້ອງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງປະຕິບັດບັນດາໂຄງການຍັງເຫຼືອໃຫ້ສຳເລັດ, ຖ້າເກີດຂໍ້ຕິດຂັດ ສືບຕໍ່ລາຍງານ, ສະເໜີ, ເສີມຂະຫຍາຍຈິດໃຈກ້າຄິດກ້າທຳ, ເພື່ອຜົນປະໂຫຍດລວມຢູ່ລະດັບສູງທີ່ສຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 13 ຕຸລາ ຜ່ານມາ, ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້.
ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ຕຸລາ ນີ້ວ່າ: ໃນລະຫວ່າງວັນທີ 19-22 ຕຸລາ ນີ້, ກອງປະຊຸມປະຈຳປີ Financial Street Forum 2026 ຊຶ່ງເປັນເຫດການສຳຄັນທາງດ້ານການເງິນໃນນະຄອນຫຼວງປັກກິ່ງ, ຈະມີການລາຍງານຜົນສຳເລັດຫຼາຍກວ່າ 100 ລາຍການ ກ່ຽວກັບມາດຕະຖານ, ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງທີ່ກ່ຽວຂ້ອງ.
ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ເພີ່ມເຕີມ