ທ່ານ ຫງວຽນແທັງຕູ ໃຫ້ຮູ້ວ່າ: ກະຊວງຍຸຕິທຳຈະສືບຕໍ່ຄົ້ນຄວ້າ, ຍື່ນສະເໜີກົມການເມືອງກ່ຽວກັບແຜນຮ່າງຍຸດທະສາດສ້າງລະບົບກົດໝາຍ ຫວຽດນາມ ໃຫ້ສົມບູນແບບ ໃນສັງກາດໃໝ່, ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພ້ອມກັນນັ້ນ, ທາງກະຊວງກໍຈະຄົ້ນຄວ້າ, ສ້າງບົດລາຍງານຍື່ນສະເໜີຂັ້ນມີສິດອຳນາດກ່ຽວກັບປະມວນມາດຖານ ແລະ ເຄື່ອງມືຕີລາຄາຄວາມຈຳເປັນຂອງລະບຽບການບໍລິຫານ, ເພື່ອຫັນເປັນງ່າຍດາຍ, ຫຼຸດຜ່ອນລະບຽບການໃຫ້ແກ່ປະຊາຊົນ, ວິສາຫະກິດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ