ໃນກອງປະຊຸມຄັ້ງນີ້, ສູນກາງພັກໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ 2 ເນື້ອໃນໃຫຍ່. ນັ້ນແມ່ນ ບັນຫາກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນຫາດ້ານເສດຖະກິດ, ສັງຄົມ.
ທ່ານ ໂຕເລິມ ກ່າວຄຳເຫັນເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ກົມການເມືອງລາຍງານໃຫ້ສູນກາງພັກປະກອບຄຳເຫັນໃສ່ໃບສະເໜີກ່ຽວກັບໝາກຜົນການແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 14, ເຂົ້າເປັນກຳມະການຄະນະກຳມະການກວດກາສູນກາງພັກຊຸດທີ 14 ແລະ ດຳເນີນການການປ່ອນບັດລົງຄະແນນສຽງແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ຄະນະກຳມະການກວດກາສູນກາງພັກ ຕາມຂໍ້ກຳນົດ.
ທ່ານ ໂຕເລິມ ສະເໜີວ່າ: ເມື່ອຄັດເລືອກ, ແນະນຳບຸກຄະລາກອນຕ້ອງອີງໃສ່ມາດຕະຖານ, ເງື່ອນໄຂ, ໂຄງປະກອບ, ຈຳນວນຕາມທິດວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ກ່ອນອື່ນໝົດ, ຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດເໜືອກວ່າສິ່ງໃດໝົດ. ຄວາມຮຽກຮ້ອງຕ້ອງການເປັນຫຼັກໃນການຄັດເລືອກບຸກຄະລາກອນແມ່ນຄຸນທາດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດຂອງຊາດ, ໃກ້ຊິດກັບປະຊາຊົນ, ຖືປະຊາຊົນເປັນສຳຄັນ ແລະ ເພື່ອປະຊາຊົນ.
ຄໍາເຫັນ