ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີກ່າວວ່າ: ວິທີເຮັດວຽກຕ້ອງແທດຈິງກວ່າເກົ່າ, ຖືເປົ້າໝາຍເປັນການກຳນົດທິດ, ຖືຜະລິດຕະພັນແມ່ນໄມ້ຫຼາວັດແທກ, ຫັນປ່ຽນຈາກຈິນຕະນາການໜ້າທີ່ມາເປັນຈິນຕະນາການໝາກຜົນ, ຈາກການເຮັດຫຼາຍ ມາເປັນ ເຮັດຖືກຕ້ອງ, ເຮັດສຳເລັດຕາມເປົ້າ; ຈາກການເຄື່ອນໄຫວມາເປັນມີຜະລິດຕະພັນລະອຽດ, ນັບຈຳນວນໄດ້ ແລະ ມີມາດຖານເພື່ອຕີລາຄາ.
ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືວຽກງານຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດ ເປັນອັນລະອຽດ; ຍົກບັນດາມາດຕະການທີ່ມີລັກສະນະບຸກທະລຸເພື່ອຊຸກຍູ້ການພັດທະນາເສດຖະກິດຂໍ້ມູນ, ປັນຍາປະດິດ, ພື້ນຖານດີຈີຕອນ ແລະ ບຸກຄະລາກອນດີຈີຕອນ.
ຄໍາເຫັນ