ຫວຽດນາມ - ຣັດເຊຍ ເພີ່ມທະວີການພົວພັນຮ່ວມມື

ຫວຽດນາມ - ຣັດເຊຍ ເພີ່ມທະວີການພົວພັນຮ່ວມມື
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ຕຸລາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ເວຍເຊສລາຟ ວິກໂຕໂຣວິສ ໂວໂລດິນ ປະທານສະພາຕ່ຳ ຣັດເຊຍ. ທ່ານ ເວຍເຊສລາຟ ວິກໂຕໂຣວິສ ໂວໂລດິນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຣັດເຊຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 15 – 16 ຕຸລາ ນີ້ ຕາມຄໍາເຊີນຂອງ ທ່ານ ເວືອງດິ່ງເຫວ້, ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.
ຂ່າວລະບຸວ່າ: ໃນການພົບປະເຈລະຈາ, ການນຳສອງທ່ານໄດ້ສະເໜີວ່າ: ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ມີປະສິດທິຜົນ ດ້ວຍທຸກຊ່ອງທາງ, ໂດຍສະເພາະແມ່ນຊ່ອງທາງພັກ ແລະ ສະພາແຫ່ງຊາດ. ສອງຝ່າຍໄດ້ເຫັນດີສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ, ອາຊຽນ ແລະ ສປຊ. ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ການນຳສອງທ່ານກໍໄດ້ເຫັນດີເປັນເອກະພາບ ໂດຍຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືສອງຝ່າຍ.
ທ່ານ ເວືອງດິ່ງເຫວ້ ກໍສະເໜີໃຫ້ ຣັດເຊຍ ພິຈາລະນາຫຼຸດຜ່ອນລະບຽບການນຳເຂົ້າບັນດາປະເພດຜະລິດຕະພັນກະເສດ - ສິນໃນນ້ຳຂອງ ຫວຽດນາມ; ຊຸກຍູ້ການເຈລະຈາ, ຍົກລະດັບ, ປັບປຸງ, ເພີ່ມເຕີມສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU), ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າ ຫວຽດນາມ - ຣັດເຊຍ ໃຫ້ບັນລຸ 10 ຕື້ໂດລາ ໃນປີ 2030.
ທ່ານ ເວຍເຊສລາຟ ວິກໂຕໂຣວິສ ໂວໂລດິນ ກໍສະໜັບສະໜູນບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືສອງຝ່າຍ. ທ່ານເນັ້ນໜັກເຖິງບົດບາດຂອງ ຄະນະກຳມາທິການຮ່ວມມື ລັດຖະສະພາ ລະຫວ່າງ ຣັດເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ ໃນການປຶກສາຫາລືບັນດາຂໍ້ສະເໜີນີ້ຢ່າງລະອຽດ, ຈາກນັ້ນ ກໍປະກອບສ່ວນເປີດກວ້າງໂຄງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ສອງຊາດ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ອັດຕາວ່າງງານຂອງນູແວນເຊລັງສູງທີ່ສຸດໃນຮອບ 10 ປີ

ອັດຕາວ່າງງານຂອງນູແວນເຊລັງສູງທີ່ສຸດໃນຮອບ 10 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ສຳນັກງານສະຖິຕິແຫ່ງຊາດນູແວນເຊລັງ (Stats NZ) ລາຍງານວ່າ: ອັດຕາການວ່າງງານຂອງນູແວນເຊລັງໄດ້ເພີ່ມຂຶ້ນເປັນ 5.4% ໃນໄຕມາດທີ່ສິ້ນສຸດໃນເດືອນທັນວາ 2025 ຊຶ່ງຖືວ່າສູງທີ່ສຸດໃນຮອບ 10 ປີ ຫຼື ນັບຕັ້ງແຕ່ໄຕມາດທີ່ສິ້ນສຸດໃນເດືອນກັນຍາ 2015 ຊຶ່ງອັດຕາການວ່າງງານແມ່ນ 5.7%.
ຍອດຂາຍລົດນຳເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນເກືອບ 38%

ຍອດຂາຍລົດນຳເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນເກືອບ 38%

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ສະມາຄົມຜູ້ນໍາເຂົ້າ ແລະ ຈຳໜ່າຍລົດ ສ ເກົາຫຼີ (KAIDA) ໄດ້ເປີດເຜີຍວ່າ, ຍອດຂາຍລົດນໍາເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເດືອນມັງກອນຜ່ານມາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການລົດໄຟຟ້າ (EVs) ທີ່ເພີ່ມຂຶ້ນ, ໂດຍສະເພາະແມ່ນຍີ່ຫໍ້ Tesla ແລະ BYD.
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ວະລາດີເມຍ ປູຕິນ ທາງອອນລາຍ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ວະລາດີເມຍ ປູຕິນ ທາງອອນລາຍ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 4 ກຸມພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທາງອອນລາຍກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
ຫວຽດນາມ ປະຕິຮູບລະບອບລະບຽບການ ແກ້ໄຂຈຸດອຸດຕັນ ໃຫ້ແກ່ວິສາຫະກິດ

ຫວຽດນາມ ປະຕິຮູບລະບອບລະບຽບການ ແກ້ໄຂຈຸດອຸດຕັນ ໃຫ້ແກ່ວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນມັງກອນ ຂອງລັດຖະບານ ຫວຽດນາມ ທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນແທັງຕູ ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ແຈ້ງຂໍ້ມູນດ້ານເນື້ອໃນຂອງການປະຕິຮູບລະບອບລະບຽບການ ເພື່ອແກ້ໄຂບັນດາ “ຈຸດອຸດຕັນ” ໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນໃນການປະຕິບັດມະຕິເລກທີ 01 ຂອງລັດຖະບານ.
ງານວາງສະແດງການບິນສິງກະໂປຄັ້ງທີ 10

ງານວາງສະແດງການບິນສິງກະໂປຄັ້ງທີ 10

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ກຸມພາຜ່ານມາ, ງານວາງສະແດງການບິນສິງກະໂປຄັ້ງທີ 10 ໄດ້ເປີດຂຶ້ນຢູ່ສູນວາງສະແດງຊາງງີ ຂອງສິງກະໂປ. ທິມສະແດງການບິນ “ປາອີ່” ຂອງກອງທັບອາກາດຈີນໄດ້ຮັບການເຊື້ອເຊີນ ແລະ ດຳເນີນການສະແດງການບິນ. ນີ້ແມ່ນການກັບມາເຂົ້າຮ່ວມງານວາງສະແດງການບິນສາກົນອີກຄັ້ງຂອງທີມສະແດງການບິນປາອີ່ ຫຼັງຈາກເຄີຍໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປຄັ້ງທີ 7 ໃນເດືອນກຸມພາປີ 2020 .
ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ທ່ານ ເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ເປີດເຜີຍວ່າ, ລັດຖະບານແອັດສະປາຍ ກໍາລັງກະກຽມທີ່ຈະຫ້າມການເຂົ້າເຖິງສື່ສັງຄົມສໍາລັບເດັກນ້ອຍອາຍຸຕໍ່າກວ່າ 16 ປີ ແລະ ຍົກລະດັບກົດລະບຽບເພື່ອຄວບຄຸມແພລັດຟອມທີ່ອະນຸຍາດໃຫ້ມີການເຜີຍແຜ່ເນື້ອຫາທີ່ຜິດກົດ ໝາຍ ຫຼື ເນື້ອຫາທີ່ສ້າງຄວາມກຽດຊັງ ຫຼື ໃຊ້ Algorithm ເພື່ອເຜີຍແຜ່ເນື້ອຫາລັກສະນະດັ່ງກ່າວ.
WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ການວິເຄາະລະດັບໂລກຄັ້ງໃໝ່ທີ່ດຳເນີນໂດຍອົງການອະນາໄມໂລກ (WHO) ແລະ ອົງການຄົ້ນຄວ້າມະເຮັງສາກົນຊີ້ໃຫ້ເຫັນວ່າ, ມະເຮັງທົ່ວໂລກຫຼາຍກວ່າ 40% ສາມາດປ້ອງກັນໄດ້. ໂດຍການສຶກສາໄດ້ເນັ້ນກວດສອບປັດໄຈສ່ຽງທີ່ສາມາດປ້ອງກັນໄດ້ 30 ຢ່າງ, ລວມທັງການໃຊ້ຢາສູບ ແລະ ເຫຼົ້າ, ດັດຊະນີມວນກາຍສູງ, ການຂາດກິດຈະກຳທາງດ້ານຮ່າງກາຍ, ມົນລະພິດທາງອາກາດ, ລັງສີອັນຕຣາໄວໂອເລັດ ແລະ ເປັນຄັ້ງທຳອິດທີ່ລວມເອົາການຕິດເຊື້ອ 9 ຊະນິດ ທີ່ຖືເປັນປັດໄຈສ່ຽງເຮັດໃຫ້ເກີດມະເຮັງ.
ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 4 ກຸມ​ພາຜ່ານມາ, ຫ້ອງ​ການ​ຖະ​ແຫຼງຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເພື່ອ​ແຈ້ງ​ສະ​ພາບ​ກ່ຽວ​ກັບ​ການ​ຫັນ​ເປັນທັນ​ສະ​ໄໝ​ຂອງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ, ຊຸກ​ຍູ້​ຄວາມ​ຈະ​ເລີນ​ຢ່າງ​ຮອບ​ດ້ານ​ຂອງ​ຊົນ​ນະ​ບົດ​ຢ່າງ​ໜັກ​ແໜ້ນ​ພ້ອມ​ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.
ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2026) ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026, ໃນວັນທີ 4 ກຸມພາ ຜ່ານມາ ຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການ ໄດ້ພົບປະກັບອະດີດກຳມະການຄະນະບໍລິຫານງານສູນກາງພັກສະໄໝຕ່າງໆ.
ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຫວ່າງມໍ່ໆມານີ້, ມີຂ່າວໆໜຶ່ງທີ່ດຶງດູດໃຈຄົນຈີນ ຄື: ໃນລະດູການປູກໝາກເຊີຣີລ້າສຸດ, ປະເທດຈີເລ ໄດ້ສົ່ງອອກໝາກເຊີຣີປະມານ 550,000 ໂຕນ, ໃນນັ້ນຫຼາຍກວ່າ 90% ແມ່ນສົ່ງອອກໄປຈີນ. ຜົນການຄ້າທີ່ມີຊີວິດຊີວາດັ່ງກ່າວເປັນພາບສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງ ແລະ ພັດທະນາໄປຄູ່ກັນລະຫວ່າງຕະຫຼາດໃຫຍ່ພິເສດຂອງຈີນ ແລະ ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນການຢືນຢັນທີ່ມີຊີວິດຊີວາວ່າ: ຕະຫຼາດຂອງຈີນເປັນໂອກາດການພັດທະນາສໍາລັບທົ່ວໂລກ.
ເພີ່ມເຕີມ