ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ຫວຽດນາມ ສະຫຼຸບມະຕິເລກທີ 18 ຂອງສູນກາງພັກ

ຫວຽດນາມ ສະຫຼຸບມະຕິເລກທີ 18 ຂອງສູນກາງພັກ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ວ່າ: ໃນວັນທີ 23 ມັງກອນ ຜ່ານມາ, ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ເປີດຂຶ້ນຢ່າງສົມກຽດ ທີ່ນະຄອນຫຼວງຮ່າໂນ້ຍ.

 

 ທ່ານ ໂຕເລິມເລຂາທິການໃຫຍ່ ເປັນປະທານ ແລະ ກ່າວຄຳປາໄສເປີດກອງປະຊຸມ.

ທ່ານເລຂາທິການໃຫຍ່ ກ່າວວ່າ: ກອງປະຊຸມປຶກສາຫາລື ປະກອບໃສ່ 5 ເນື້ອໃນ, ໃນນັ້ນມີ 3 ໝວດບັນຫາສຳຄັນ. ໜຶ່ງ, ສະຫຼຸບມະຕິເລກທີ 18 ຂອງສູນກາງພັກ ກ່ຽວກັບການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດລົງ, ມີປະສິດທິຜົນ; ສອງ, ແຜນຮ່າງເພີ່ມເຕີມເປົ້າໝາຍການເຕີບໂຕ GDP ປີ 2025 ຈາກ 8%ຂຶ້ນໄປ ແລະ ມີການເຕີບໂຕຢູ່ລະດັບ 2 ໂຕເລກໃນໄລຍະ 2026 – 2030; ສາມ, ວຽກງານຈັດຕັ້ງພະນັກງານຕາມສິດອຳນາດຂອງສູນກາງພັກ. ທ່ານ ໂຕເລິມໄດ້ເນັ້ນໜັກເຖິງໝວດບັນຫາສະຫຼຸບມະຕິເລກທີ 18 ຂອງສູນກາງພັກ ແມ່ນເນື້ອໃນຈຸດສຸມທີ່ສຸດຂອງກອງປະຊຸມສູນກາງພັກຄັ້ງນີ້.

ທ່ານໃຫ້ຮູ້ວ່າ:ການສະຫຼຸບມະຕິເລກທີ 18 ແລະ ຈັດຕັ້ງການສັບຊ້ອນກົງຈັກຂອງລະບົບການເມືອງໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຕີລາຄາສູງທີ່ສຸດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໃນວິວັດການປະຕິບັດບັນດາເນື້ອໃນຂຶ້ນກັບສິດອຳນາດຂອງກົມການເມືອງ, ຄະນະເລຂາທິການໄດ້ປະຕິບັດຖືກຕ້ອງຕາມຈິດໃຈສູນກາງ ບໍ່ລໍຖ້າຂັ້ນແຂວງ, ຂັ້ນແຂວງບໍ່ລໍຖ້າຂັ້ນເມືອງ ແລະ ຂັ້ນເມືອງບໍ່ລໍຖ້າຂັ້ນຮາກຖານ.

ຄໍາເຫັນ

ຂ່າວຕ່າງປະເທດ

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຈາກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ປະກາດໃນວັນທີ 7 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ໄດ້ບັນລຸເກີນ 30,000 ຕື້ຢວນ ເປັນຄັ້ງທຳອິດໃນໄລຍະດຽວກັນຂອງປະຫວັດສາດ ຊຶ່ງສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕທີ່ດີຢ່າງຕໍ່ເນື່ອງ.
ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່າານ ໂຈຮາຣີ ອັບດູນ ການີ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກໍາລັງພິຈາລະນາກົນໄກທີ່ເໝາະສົມທີ່ສຸດສຳລັບການເກັບພາສີລົດໄຟຟ້າ (EV) ຕາມທີ່ໄດ້ສະເໜີໄວ້ ເພື່ອສະໜັບສະໜູນການພັດທະນາພື້ນຖານໂຄງລ່າງການສາກໄຟສາທາລະນະທົ່ວປະເທດ ຊຶ່ງກຳລັງປະເຊີນກັບບັນຫາການລົງທຶນທີ່ຈຳກັດ.
ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ວິທະຍຸກະຈາຍສຽງຫວຽດນາມລາງານ ຫວ່າງມໍ່ໆມານີ້ວ່າ: ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດຫວຽດນາມ (CSMO) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.
ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນ ວັນທີ 5 ສິງຫາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 4% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 2.9% ໃນເດືອນພຶດສະພາ.
ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ​ຫຼວງປາຣີ ປະເທດຝຣັ່ງ ໄດ້ປະກາດໃນວັນທີ 5 ສິງຫາ ຜ່ານມາວ່າ: ຕາມການສະເໜີຂອງຄະນະກຳມະການຮ່ວມວ່າດ້ວຍນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດ​ເລືອກເປັນ "ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາ​ຄົມສະຖາປະນິກສາກົນ ປະຈຳປີ 2029.
ເພີ່ມເຕີມ