ໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຕ້ອງມີຍຸດທະສາດລະ ອຽດ ເພື່ອແນໃສ່ສ້າງໂຄງປະກອບພື້ນຖານເສດຖະກິດ, ສ້າງຄວາມດຸ່ນດ່ຽງດຸນການຄ້າເທື່ອລະກ້າວ ແຕ່ຍັງຄົງຮັບປະກັນເປົ້າໝາຍເຕີບໂຕເສດຖະກິດ; ຕິດພັນການຄ້າກັບການຍົກລະດັບອຸດສາຫະກຳ, ເຄື່ອງອຸປະກອນ, ການລົງທຶນຄຸນນະພາບສູງຕິດພັນກັບຄຳຮຽກຮ້ອງຕ້ອງການສູງກ່ຽວກັບອັດຕາຫັນເປັນພາຍໃນ, ຖ່າຍທອດເຕັກໂນໂລຊີ, ຍົກສູງທີ່ຕັ້ງວິສາຫະກິດໃນລະບົບຜະລິດທົ່ວໂລກ.
ທ່ານເລຂາທິການໃຫຍ່ ສະເໜີໃຫ້ຄະນະປະຈຳຄະນະພັກລັດຖະບານສຸມແຫຼ່ງກຳລັງຄົ້ນຄວ້າຜັນຂະຫຍາຍບາງກຳນົດທິດໃນໄລຍະຈະມາເຖິງ ເຊັ່ນ: ເພີ່ມຄວາມໄວຂອງການສົ່ງອອກແບບຍືນຍົງ, ຍົກສູງກຳລັງຄວາມສາມາດຜະລິດພາຍໃນປະເທດ ແລະ ຫັນຕະຫຼາດນຳເຂົ້າສົ່ງອອກເປັນຫຼາຍຮູບຫຼາຍແບບ.
ຄໍາເຫັນ