ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຕເລິມ ໄດ້ເນັ້ນໜັກເຖິງບັນດາເນື້ອໃນພື້ນຖານຂອງກົດລະບຽບຂອງພັກ ທີ່ພວມປະກາດໃຊ້ຍັງມີຄຸນຄ່າເໝືອນເດີມ; ແຕ່ກໍບໍ່ຫຼີກລ່ຽງບັນຫາໃໝ່ໂດຍຕົວຈິງໄດ້ວາງອອກ. ເປົ້າໝາຍແມ່ນສ້າງກົດລະບຽບຂອງພັກໃຫ້ມີວິທະຍາສາດ, ແໜ້ນແຟ້ນ, ກະທັດຮັດ, ປະຕິບັດຢ່າງງ່າຍດາຍ ແລະ ມີກຳລັງຊີວິດຍາວນານ; ເຮັດໃຫ້ອົງການເຂັ້ມແຂງກວ່າເກົ່າ, ກົງຈັກລຸລ່ວງກວ່າເກົ່າ, ໜ້າທີ່ຮັບຜິດຊອບຈະແຈ້ງກວ່າເກົ່າ ແລະ ການພົວພັນລະຫວ່າງພັກກັບປະຊາຊົນແໜ້ນແຟ້ນກວ່າເກົ່າ. ທ່ານຍັງຮຽກຮ້ອງໃຫ້ປ່ຽນແປງໃໝ່ວິທີການຄົ້ນຄວ້າ ແລະ ຈັດຕັ້ງການປະຕິບັດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ