ຂ່າວລະບຸວ່າ: ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ, ອາຍຸການ 5 ປີຜ່ານມາ ແລະ ປີ 2025, ດ້ວຍທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ຂ້ຽວຂາດ, ມີປະສິດທິຜົນ” ດ້ວຍຈິດໃຈ “ມີແຕ່ປຶກສາເຮັດ, ບໍ່ປຶກສາຖອຍ”, ລັດຖະບານໄດ້ພະຍາຍາມບໍລິຫານ, ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ຜົນສຳເລັດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີກຳລັງບົ່ມຊ້ອນ ແລະ ຖານະບົດບາດຂອງປະເທດຊາດ.
ເພື່ອປະຕິບັດເປົ້າໝາຍການເຕີບໂຕບັນລຸສອງໂຕເລກ, ນຳປະເທດຊາດສືບຕໍ່ພັດທະນາໂດຍໄວ ແລະ ຍືນຍົງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານຈະສຸມໃສ່ເຂົ້າບັນດາໝວດໜ້າທີ່ມາດຕະການແກ້ໄຂ, ວິທີການຈຸດສຸມຄື ສ້າງລະບອບລະບຽບການ, ກົດໝາຍ, ກົງຈັກການຈັດຕັ້ງໃຫ້ສຳເລັດສົມບູນ, ຍົກສູງຄຸນນະພາບ ແລະ ການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນສອງຂັ້ນ.
ຄໍາເຫັນ