ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ເຈິ່ນເຟືອງແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ສິງກະໂປ ພວມພັດທະນາຢ່າງແຮງ, ດ້ວຍຍອດວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸ ປະມານ 30,9 ຕື້ໂດລາ, ໃນຂະນະທີ່ ສິງກະໂປ ສືບຕໍ່ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດກ່າວວ່າ: ພື້ນຖານເສດຖະກິດ Halal ພວມເປີດສະຖານທີ່ຮ່ວມມືໃໝ່, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດອຸດົມສົມບູນກວ່າເກົ່າ.
ທ່ານເອກອັກຄະລັດຖະທູດກ່າວຕື່ມວ່າ: ຫວຽດນາມ ໄດ້ກຳນົດການພັດທະນາຂະແໜງ Halal ແມ່ນໂອກາດຍຸດທະສາດເພື່ອຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄວາມສາມາດຮັບມືຂອງລະບົບສະໜອງ. ກອງປະຊຸມສຳມະນາບໍ່ພຽງແຕ່ເປີດໂອກາດເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ແລະ ສິງກະໂປ ເທົ່ານັ້ນ ຫາກຍັງ ປະກອບສ່ວນຊຸກຍູ້ການຮ່ວມມືໃນ ອາຊຽນ ເພື່ອສ້າງລະບົບຄຸນຄ່າ Halal ແບບຍືນຍົງອີກດ້ວຍ.
ຄໍາເຫັນ