ຫວຽດ​ນາມ - ສິງ​ກະ​ໂປ ຢັ້ງ​ຢືນ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ຕົວ​ແບບ​ໃນອາ​ຊຽນ

ຫວຽດ​ນາມ - ສິງ​ກະ​ໂປ ຢັ້ງ​ຢືນ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ຕົວ​ແບບ​ໃນອາ​ຊຽນ

ຫວຽດ​ນາມ - ສິງ​ກະ​ໂປ ຢັ້ງ​ຢືນ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ຕົວ​ແບບ​ໃນອາ​ຊຽນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 30 ພຶດ​ສະ​ພາ ຜ່ານມາ, ເນື່ອງ​ໃນ​ໂອ​ກາດການເດີນທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຫວຽດ​ນາມ ໄດ້​ພົບ​ປະ ແລ​ະ ແລກ​ປ່ຽນ​ກັບ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ທີ່​ປຶກ​ສາ​ອາ​ວຸ​ໂສ​ຂອງ​ພັກ​ກະ​ທຳ​ປະ​ຊາ​ຊົນ ສິງ​ກະ​ໂປ, ທ່ານ ຫຼີ​ຊຽນຫຼົງ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງກະໂປ.

ໃນການພົບປະ, ທ່ານ ໂຕເລິມ ແລະ ທ່ານ ຫຼີຊຽນຫຼົງ ໄດ້ແລກປ່ຽນກ່ຽວກັບບາງທິດທາງເຮັດໃຫ້ການພົວພັນສອງປະເທດໃນໄລຍະໃໝ່ພັດທະນາເລິກເຊິ່ງຂຶ້ນຕື່ມ. ທ່ານ ໂຕເລິມ ສະເໜີໃຫ້ ສິງກະໂປ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ຊ່ວຍເຫຼືອ ຫວຽດນາມ ໃນບັນດາຂົງເຂດບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນປະສົບການກ່ຽວກັບການປະຕິຮູບດ້ານບໍລິຫານ, ຍົກສູງກຳລັງຄວາມສາມາດ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງກົງຈັກລັດ ແລະ ປັບປຸງນະໂຍບາຍ, ກົນໄກໃນບັນດາຂົງເຂດພັດທະນາໃໝ່ຢ່າງມີປະສິດທິຜົນ.

ທ່ານ ໂຕເລິມ ແລະ ທ່ານ ຫຼີຊຽນຫຼົງ ໄດ້ເຫັນດີເປັນເອກະພາບຖືວ່າ ໃນສະພາບການໂລກມີການຜັນແປຢ່າງສັບສົນ, ສອງປະເທດຕ້ອງເພີ່ມທະວີການປະສານສົມທົບໃຫ້ແໜ້ນແຟ້ນກວ່າເກົ່າ, ເພື່ອການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເພີ່ມເຕີມ