ບົດລາຍງານສະແດງໃຫ້ເຫັນວ່າ: ປີ 2025, ສາມາດບັນລຸ ແລະ ລື່ນກາຍ 15/15 ຄາດໝາຍເສດຖະກິດ, ສັງຄົມຕົ້ນຕໍ. ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ. ຂອບຂະໜາດພື້ນຖານເສດຖະກິດບັນລຸ 514 ຕື້ໂດລາ, ຢືນອັນດັບທີ 32 ໃນໂລກ… ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນຊຸມເດືອນທີ່ຍັງເຫຼືອຂອງປີ 2026, ທ່ານ ເລມິງຮຶງ ກ່າວວ່າ: ເປັນເອກະພາບແນວຄິດຈິນຕະນາການ, ຄວາມຮັບຮູ້, ຄວາມຄາດຫວັງ ແລະ ການກະທຳ ເພື່ອປະຕິບັດເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດ 2 ໂຕເລກ. ຊຸກຍູ້ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ. ກ່ຽວກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ແມ່ນຕ້ອງຮັບປະກັບບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຕິດຕາມສະພາບການຢູ່ພາຍໃນປະເທດ, ສາກົນຢ່າງໃກ້ຊິດ, ເປັນເຈົ້່າການໃນການຄາດຄະເນ ແລະ ມີປະຕິກິລິຍາດ້ານນະໂຍບາຍຢ່າງມີໄຫວພິບ, ທັນການ. ເດັດດ່ຽວບໍ່ປະໃຫ້ເກີດຄວາມຂາດສະຖຽນລະພາບມະຫາພາກ ແລະ ວິກິດການເສດຖະກິດໃນທຸກສະພາບການ.
ໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບັນຫາເສດຖະກິດ, ສັງຄົມ, ໃນນັ້ນມີແຜນການພັດທະນາເສດຖະກິດ - ສັງຄົມ 5 ປີໄລຍະ 2026 – 2030.
ຄໍາເຫັນ