ຂ່າວລະບຸວ່າ: ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນເມສາເພີ່ມຂຶ້ນ 3% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 9.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ. ໄລ່ລວມ 4 ເດືອນຕົ້ນປີ 2026, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 9.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຂະແໜງປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນ 9.9%, ປະກອບສ່ວນ 7.8% ໃນລະດັບເພີ່ມຂຶ້ນລວມ. ສີ່ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 8.8 ລ້ານເທື່ອຄົນ, ເພີ່ມຂຶ້ນ 14.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ແລະ ຢູ່ລະດັບສູງທີ່ສຸດຂອງ 4 ເດືອນທຳອິດໃນທຸກປີນັບແຕ່ກ່ອນມາຮອດປັດຈຸບັນ.
ຄໍາເຫັນ