ທ່ານເລຂາທິການໃຫຍ່ ກ່າວຄຳເຫັນໃນກອງປະຊຸມວ່າ: ໃນວິວັດການສ້າງຮ່າງໂຄງການກໍານົດທິດນິຕິບັນຍັດ ສະພາແຫ່ງຊາດ ອາຍຸການຊຸດທີ 16 ໃຫ້ສົມບູນ ຕ້ອງເອົາໃຈໃສ່ການຫັນບັນດາເນື້ອໃນແກ່ນສານສຳຄັນຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກເປັນລະບອບລະບຽບການໃນປີນີ້.
ສຳລັບບົດລາຍງານຫົວເລື່ອງສະເພາະກ່ຽວກັບກົນໄກ, ນະໂຍບາຍ, ມາດຕະການແກ້ໄຂ ເພື່ອຫັນບັນດາແຜນນະໂຍບາຍ, ການກຳນົດທິດຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ. ທ່ານເລຂາທິການໃຫຍ່ສະເໜີວ່າ: ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 14, ມະຕິເລກທີ 68 ແລະ ບັນດາມະຕິຍຸດທະສາດອື່ນໆຂອງສູນກາງ. ສ້າງບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ມີຄວາມສະດວກ, ຫຼຸດຜ່ອນລາຍຈ່າຍ, ເຄົາລົບກົດໝາຍ; ຮັບປະກັນບັນດາແຫຼ່ງກຳລັງກ່ຽວກັບທີ່ດິນ, ທຶນ, ວິທະຍາສາດ - ເຕັກໂນໂລຊີ… ເພື່ອຊຸກຍູ້ເສດຖະກິດພາກເອກະຊົນໃຫ້ພັດທະນາຢ່າງແຮງກວ່າເກົ່າ.
ຄໍາເຫັນ