ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ກ່າວຄຳເຫັນໃນການພົບປະວ່າ: ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ຈິນຕະນາການກ່ຽວກັບວຽກງານຊົນເຜົ່າ ແລະ ນະໂຍບາຍຊົນເຜົ່າໂດຍພື້ນຖານ, ຈຸດສຸມບໍ່ພຽງແຕ່ແມ່ນການໜູນຊ່ວຍເທົ່ານັ້ນ, ຫາກຍັງຕ້ອງຫັນໄປສູ່ການສ້າງເງື່ອນໄຂເພື່ອພັດທະນາ, ມອບໂອກາດເພື່ອໃຫ້ປະຊາຊົນບືນຕົວຂຶ້ນຢ່າງແຮງ. ເປົ້າໝາຍບໍ່ພຽງແຕ່ຢຸດຢູ່ການຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຫາກຍັງຕ້ອງຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ແບບຍືນຍົງ, ຮັດແຄບໄລຍະຫ່າງພັດທະນາ ແລະ ຮັບປະກັນຄວາມສະເໝີພາບຢ່າງແທດຈິງ.
ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ: ຕ້ອງຍົກສູງຄຸນທາດ, ລັກສະນະເປັນມືອາຊີບ ແລະ ຄວາມຮັບຜິດຊອບໃນການເຄື່ອນໄຫວ. ສສຊ ຕ້ອງກ້າເວົ້າ, ກ້າສະເໜີ, ກ້າຮັບຜິດຊອບ ແລະ ແກ້ໄຂບັນດາບັນຫາທີ່ໄດ້ຮັບການສະເໜີໃຫ້ເຖິງກົກເຖິງປາຍ. ປະສິດທິຜົນການເຄື່ອນໄຫວບໍ່ພຽງແຕ່ສະແດງຢູ່ສະພາແຫ່ງຊາດເທົ່ານັ້ນ, ຫາກຍັງຕ້ອງວັດແທກດ້ວຍບັນດາການຫັນປ່ຽນລະອຽດໃນຊີວິດຂອງປະຊາຊົນ. ຂ້າພະເຈົ້າສະເໜີໃຫ້ສະພາຊົນເຜົ່າຕ້ອງສືບຕໍ່ເສີມຂະຫຍາຍບົດບາດເສນາທິການຍຸດທະສາດ, ບໍ່ພຽງແຕ່ຢຸດຢູ່ການກວດກາຢັ້ງຢືນເທົ່ານັ້ນ, ຫາກຍັງຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີ, ນຳພານະໂຍບາຍ; ເພີ່ມທະວີການສຳຫຼວດຕົວຈິງ, ຄົ້ນພົບຢ່າງທັນການ ແລະ ສະ ເໜີແກ້ໄຂບັນດາຈຸດອຸດຕັນຂອງລະບອບລະບຽບການ, ໂດຍສະເພາະແມ່ນຢູ່ໃນຂອດຈັດຕັ້ງ, ເພື່ອໃຫ້ສະພາຊົນເຜົ່າກາຍເປັນຫົວຂໍ້ຕົວຈິງລະຫວ່າງພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍກັບວິວັດທະນາການສ້າງນະໂຍບາຍຂອງສະພາແຫ່ງຊາດ.
ຄໍາເຫັນ