ທ່ານສາດສະດາຈານ ປ.ອ ເລວັນເລີ້ຍ ປະທານສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ກ່າວຄຳເຫັນເປີດເວທີປາໄສວ່າ: ມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນແຖວໜ້າເພື່ອພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ.
ໃນເວທີປາໄສ, ມີຫຼາຍຄຳເຫັນຖືວ່າ ຕ້ອງຊາບຊຶມການຫັນເປັນດີຈີຕອນແມ່ນລັກສະນະລຸລ່ວງໃນວິວັດການພັດທະນາເສດຖະກິດ, ສັງຄົມ. ຖືການພັດທະນາທັກສະດີຈີຕອນໃນທົ່ວປວງຊົນແມ່ນວຽກງານຈຸດສຸມຂອງການຫັນເປັນດີຈີຕອນ. ພ້ອມກັນນັ້ນ, ຕ້ອງປ່ຽນແປງຈິນຕະນາການລະບອບລະບຽບການຕາມທິດມຸ່ງໄປເຖິງການຄຸ້ມຄອງບໍລິຫານມາຍັງການຄຸ້ມຄອງອີງຕາມຂໍ້ມູນ, ເພີ່ມທະວີກົນໄກທົດລອງທີ່ມີການຄວບຄຸມເພື່ອປັບປຸງນະໂຍບາຍສຳລັບບັນດາບັນຫາເກີດຂຶ້ນໃໝ່ຢ່າງທັນການ.
ຄໍາເຫັນ