ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມ, ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາຊະຍາກຳການຄ້າມະນຸດ.
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນປະທານກອງປະຊຸມ IMM 6 ບໍ່ພຽງແຕ່ແມ່ນສິ່ງພິສູດໃຫ້ແກ່ຈິດໃຈເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈຊຶ່ງກັນແລະກັນເທົ່ານັ້ນ ຫາກຍັງແມ່ນບາດກ້າວເດີນສຳຄັນເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບເລິກເຊິ່ງກວ່າອີກ, ພ້ອມກັນພັດທະນາແບບຍືນຍົງລະຫວ່າງບັນດາປະເທດຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ.
ຄໍາເຫັນ