ຫວຽດນາມ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຫວຽດນາມ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມືອບໍ່ດົນມານີ້ ຢູ່ ນິວຢອກ ອາເມຣິກາ, ຄະນະກຳມະການບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 78, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ.
ຂ່າວລະບຸວ່າ: ໃນກອງປະຊຸມປຶກສາຫາລື, ທ່ານນາງ ເລທິມິນທວາ ອັກຄະລັດຖະທູດ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເໜີບາງມາດຕະການແກ້ໄຂເພື່ອຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນບັນດາຂົງເຂດຂອງຊີວິດສັງຄົມ. ທ່ານຜູ້ຕາງໜ້າ ຫວຽດນາມ ກ່າວວ່າ: ຕ້ອງຊຸກຍູ້ການຮ່ວມມືສາກົນ ເພື່ອຊ່ວຍເຫຼືອບັນດາປະເທດປະຕິບັດບັນດາຄຳໝັ້ນສັນຍາສາກົນເພື່ອຮັບປະກັນ ການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ ແລະ ເດັກຍິງໃນທຸກຂົງເຂດ ຂອງຊີວິດສັງຄົມ, ປະກອບສ່ວນສະກັດກັ້ນການໃຊ້ຄວາມຮຸນແຮງ, ການຈຳແນກການປະພຶດ. ໃນສະພາບການຫັນເປັນດີຈີຕອນ, ຕ້ອງສຸມໃສ່ຍົກສູງຄຸນນະພາບແຮງງານເພດຍິງກ່ຽວກັບທັກສະດີຈີຕອນ, ຊຸກຍູ້ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດດີຈີຕອນ. ພ້ອມກັນນັ້ນ, ຕ້ອງສ້າງເງື່ອນໄຂເພື່ອພັດທະນາໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນບັນດາຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ປົກປ້ອງສິດຂອງແມ່ຍິງໃນສະພາບແວດລ້ອມດີຈີຕອນ.
ເນື່ອງໃນໂອກາດນີ້, ຜູ້ຕາງໜ້າ ຫວຽດນາມ ໄດ້ຍົກບັນດາໝາກຜົນ ແລະ ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການຮັບປະກັນສິດທິຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການວາງນະໂຍບາຍ, ສ້າງກົດໝາຍ ແລະ ຍຸດທະສາດການພັດທະນາ.

ຄໍາເຫັນ

ຂ່າວຕ່າງປະເທດ

7 ເດືອນ​ຕົ້ນ​ປີ​ ການ​ລົງທຶນ​ໂດຍ​ກົງ​ຕໍ່​ຕ່າງ​ປະ​ເທດ​ໃນ​ທຸກ​ຂະ​ແໜງ​ການ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 2.8%

7 ເດືອນ​ຕົ້ນ​ປີ​ ການ​ລົງທຶນ​ໂດຍ​ກົງ​ຕໍ່​ຕ່າງ​ປະ​ເທດ​ໃນ​ທຸກ​ຂະ​ແໜງ​ການ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 2.8%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ສິງ​ຫາ ຜ່ານມາ, ຕາມ​ສະ​ຖິ​ຕິ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ ​ແລະ ​ອົງ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ: ແຕ່​ເດືອນ​ມັງ​ກອນ​ ຫາ​ ເດືອນ​ກໍ​ລະ​ກົດປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງຕໍ່​ຕ່າງ​ປະ​ເທດ​​ໃນ​ທຸກ​ຂະ​ແໜງ​ການ​ຂອງ​ຈີນ​ໄດ້​ບັນ​ລຸ 684 ຕື້ 510 ລ້ານ​ຢວນ, ເພີ່ມ​ຂຶ້ນ 2.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ (ເທົ່າ​ກັບ 99 ຕື້ 530 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 7.3%).
ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດດ້ານສະບຽງອາຫານ

ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດດ້ານສະບຽງອາຫານ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 26 ສິງຫານີ້ວ່າ: ວັນ​ທີ 25 ສິງ​ຫາ​ ຜ່ານມາ ຢູ່ ຫາງໂຈ ປະ​ເທດຈີນ​, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳຂະ​ແໜງ​ກະ​ສິ​ກຳ ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ​.
ອາເມຣິກາ ຊຸກຍູ້ແຜນການເກັບຄ່າທຳນຽມວີຊາ H-1B ສູງກວ່າ 1 ແສນໂດລາ

ອາເມຣິກາ ຊຸກຍູ້ແຜນການເກັບຄ່າທຳນຽມວີຊາ H-1B ສູງກວ່າ 1 ແສນໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ກະຊວງຄວາມໝັ້ນຄົງ ຂອງ ສະຫະລັດ ອາເມຣິກາ ໄດ້ສະເໜີເກັບຄ່າທຳນຽມວີຊາ H-1B 103,000 ໂດລາຕໍ່ຄົນ ຊຶ່ງເປັນການເຄື່ອນໄຫວເພື່ອຊຸກຍູ້ແຜນການເກັບຄ່ານຽມວີຊາ ຫຼັງຄຳຕັດສິນກ່ອນໜ້ານີ້ຂອງສານ ສະຫະລັດ ອາເມຣິກາ ທີ່ຍົກເລີກການເກັບຄ່າທຳນຽມ 100,000 ໂດລາ ທີ່ສະເໜີໄວ້ກ່ອນໜ້ານີ້.
ນັກຄົ້ນຄວ້າອົສຕຣາລີ ພັດທະນາແບັດເຕີຣີທີ່ສາມາດສາກຊໍ້າໄດ້

ນັກຄົ້ນຄວ້າອົສຕຣາລີ ພັດທະນາແບັດເຕີຣີທີ່ສາມາດສາກຊໍ້າໄດ້

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Flinders ຂອງອົສຕຣາລີ ໄດ້ເປີດເຜີຍວ່າ, ນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາແບັດເຕີຣີສັງກະສີ-ໄອໂອດີນທີ່ສາມາດສາກໄຟໄດ້ຫຼາຍກວ່າ 60,000 ຮອບວຽນ ຊຶ່ງອາດຈະເປັນທາງເລືອກທີ່ປອດໄພ ແລະ ຍືນຍົງກວ່າແບັດເຕີຣີລິທຽມ-ໄອອອນ ທີ່ນິຍົມໃຊ້ໃນປັດຈຸບັນ.
ນ້ຳຖ້ວມກະທັນຫັນໃນເນປານ ເຮັດໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ

ນ້ຳຖ້ວມກະທັນຫັນໃນເນປານ ເຮັດໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ສິງຫາ ຜ່ານມາວ່າ: ຄະນະກຳມະການທ່ອງທ່ຽວເນປານລາຍງານວ່າ, ເຫດການນ້ຳຖ້ວມກະທັນຫັນຄັ້ງໃຫຍ່ທີ່ໄຫຼຊັດເຂົ້າພື້ນທີ່ລຸ່ມແມ່ນ້ຳໂພເຕໂກສີ ໃນເມືອງຣະສຸວາທາງພາກເໜືອຂອງເນປານ ໄດ້ສົ່ງຜົນໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ ໃນນັ້ນມີ 291 ຄົນເປັນຄົນຕ່າງປະເທດ. ນ້ຳຖ້ວມດັ່ງກ່າວຍັງສ້າງຄວາມເສຍຫາຍຕໍ່ຊຸມຊົນ, ຕະຫຼາດ ແລະ ພື້ນຖານໂຄງລ່າງ.
ຍີ່ປຸ່ນ ຄາດວ່າອາກາດຈະຮ້ອນກວ່າປົກກະຕິ ເນື່ອງຈາກພາວະໂລກຮ້ອນ ແລະ ແອວນີໂຢ

ຍີ່ປຸ່ນ ຄາດວ່າອາກາດຈະຮ້ອນກວ່າປົກກະຕິ ເນື່ອງຈາກພາວະໂລກຮ້ອນ ແລະ ແອວນີໂຢ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນຄາດຄະເນວ່າອຸນຫະພູມສະເລ່ຍທົ່ວປະເທດຈະສູງກວ່າປົກກະຕິໃນລະຫວ່າງເດືອນກັນຍາ ຫາ ເດືອນພະຈິກ ເນື່ອງຈາກອິດທິພົນຂອງພາວະໂລກຮ້ອນ ແລະ ປະກົດການແອວນີໂຢ.
WHO ປະກາດ ອີໂບລາ ກ້າວເຂົ້າໄລຍະເວລາທີ່ມີລັກ​ສະ​ນະຕັດສິນ

WHO ປະກາດ ອີໂບລາ ກ້າວເຂົ້າໄລຍະເວລາທີ່ມີລັກ​ສະ​ນະຕັດສິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 24 ສິງ​ຫາ ຜ່ານມາ, ເຈົ້າໜ້າທີ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແຈ້ງໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະ​ຍາດອີໂບລາ ໃນ ສປ ກົງໂກ ມີຫຼາຍກວ່າ 5.500 ກໍລະນີ, ໃນນັ້ນ ເສຍຊີວິດ 2.600 ກວ່າຄົນ. ຕາມໂຕເລກທາງການ ທີ່ອັບ​ເດດໃນວັນທີ 22 ສິງ​ຫາ ຜ່ານມາ, ສປ ກົງໂກ ​ມີຜູ້​ຕິດ​ເຊື້ອ 5.514 ກໍລະນີ ແລະ ເສຍ​ຊີ​ວິດ 2.642 ກໍລະນີ , ເທົ່າ​​ກັບອັດຕາການເສຍຊີວິດ​ແມ່ນເກືອບ 48%, ໃນຂະນະທີ່ຜູ້​ຫາຍ​ດີ​ແລ້ວມີ 1.200 ກໍ​ລະ​ນີ. ພະຍາດໄດ້ແຜ່ລາມ​ສູ່ 57 ເຂດ ສາທາລະນະສຸກ ທີ່ຂຶ້ນກັບບັນດາແຂວງຄື: ອີຕູຣີ, ກີວູ ເໜືອ, ກີວູໃຕ້, ຮົວ-ອູເລ, ບາດ - ອູເລ ແລະ ທີຊອບ.
ນັກຄົ້ນຄວ້າ ພັດທະນາຜ້າສີມ່ວງ ທີ່ລະບາຍຄວາມຮ້ອນໄດ້ດີ ແລະ ເຢັນກວ່າຜ້າຝ້າຍສີຂາວ

ນັກຄົ້ນຄວ້າ ພັດທະນາຜ້າສີມ່ວງ ທີ່ລະບາຍຄວາມຮ້ອນໄດ້ດີ ແລະ ເຢັນກວ່າຜ້າຝ້າຍສີຂາວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ຂອງອົສຕຣາລີລາຍງານວ່າ, ທີມນັກຄົ້ນຄວ້າຈາກມະຫາວິທະຍາໄລ Adelaide ແລະ ມະຫາວິທະຍາໄລ Zhengzhou ຂອງຈີນໄດ້ຮ່ວມກັນພັດທະນາຜ້າສີມ່ວງທີ່ສາມາດຮັກສາອຸນຫະພູມໃຫ້ຕໍ່າກວ່າຜ້າຝ້າຍສີຂາວທົ່ວໄປໄດ້ຫຼາຍກວ່າ 4 ອົງສາ ເມື່ອຖືກແສງແດດໂດຍກົງ. ສິ່ງນີ້ອາດຈະເປັນການປູທາງໃຫ້ແກ່ການພັດທະນາເຄື່ອງນຸ່ງທີ່ຊ່ວຍໃຫ້ຜູ້ນຸ່ງຮູ້ສຶກເຢັນສະບາຍ ແລະ ມີສີສັນສົດໃສຂຶ້ນ. ໂດຍການທົດສອບກາງແຈ້ງສະແດງໃຫ້ເຫັນວ່າຜ້ານີ້ຮັກສາອຸນຫະພູມໄດ້ຕໍ່າກວ່າຜ້າຝ້າຍສີມ່ວງທີ່ຜ່ານການຍ້ອມສີທາງການຄ້າເຖິງ 6.2 ອົງສາ.
ມາເລເຊຍ - ອິນໂດເນເຊຍ ຮ່ວມມືຕ້ານປະກົດການແອວນີໂຢ ແລະ ໝອກຄວັນຂ້າມຊາຍແດນ

ມາເລເຊຍ - ອິນໂດເນເຊຍ ຮ່ວມມືຕ້ານປະກົດການແອວນີໂຢ ແລະ ໝອກຄວັນຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ທ່ານ ອາເທີ ໂຈເຊັບ ຄູຣຸບ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ໂອ້ລົມທາງໂທລະສັບກັບທ່ານ ໂມຮຳໝັດ ຈູມຮູ ຮິດາຢັດ ລັດຖະມົນຕີກະຊວງສິ່ງແວດລ້ອມອິນໂດເນເຊຍ ເປີດເຜີຍວ່າ, ມາເລເຊຍ ຈະຮ່ວມມືກັບອິນໂດເນເຊຍເພື່ອເສີມຂະຫຍາຍມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ ໃນຂະນະທີ່ຮັບມືກັບຜົນກະທົບຂອງປະກົດການແອວນີໂຢ ຊຶ່ງຄາດວ່າຈະຮຸນແຮງຂຶ້ນຈົນຮອດເດືອນຕຸລາປີນີ້ ແລະ ເກີດຂຶ້ນກົງກັບລະດູລົມມໍລະສຸມຕາເວັນຕົກສ່ຽງໃຕ້.
ຟີລິບປິນ ຊຸກຍູ້ໂຄງການຄາດຄະເນນໍ້າຖ້ວມດ້ວຍ AI

ຟີລິບປິນ ຊຸກຍູ້ໂຄງການຄາດຄະເນນໍ້າຖ້ວມດ້ວຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ທ່ານ ຄິມ ໂຣເບີດ ເດີ ລີອອນ ຮັກສາການລັດຖະມົນຕີກະຊວງງົບປະມານ ແລະ ການຄຸ້ມຄອງຂອງຟີລິບປິນ ໄດ້ເປີດເຜີຍວ່າ, ລັດຖະບານຟີລິບປິນໄດ້ອະນຸມັດງົບປະມານ 1 ຕື້ເປໂຊ ສຳລັບລະບົບມະຫາວິທະຍາໄລຟີລິບປິນ ເພື່ອສະໜັບສະໜູນໂຄງການ NOAH ຊຶ່ງໂຄງການນີ້ໃຊ້ປັນຍາປະດິດ (AI) ແລະ ການວິເຄາະຂໍ້ມູນ ເພື່ອປະເມີນຄວາມສ່ຽງນໍ້າຖ້ວມໃນເວລາຈິງ ແລະ ຄາດຄະເນສະຖານະການນໍ້າຖ້ວມ.
ເພີ່ມເຕີມ