ຂ່າວລະບຸວ່າ:ທ່ານ ຫງວຽນຮວ່າບິ່ງ ກ່າວຄຳເຫັນໃນກອງປະຊຸມວ່າ:ກ່ຽວກັບການສ້າງສູນການເງິນລະດັບພາກພື້ນ ແລະ ສາກົນ ຢູ່ ຫວຽດນາມ ມີຄວາມໝາຍ, ບົດບາດສຳຄັນທີ່ສຸດ, ແມ່ນໜຶ່ງໃນບັນດານະໂຍບາຍຊີ້ຂາດທາງດ້ານການເມືອງທີ່ສຳຄັນເພື່ອກະກຽມໃຫ້ແກ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ; ສ້າງກົນໄກ, ແຫຼ່ງກຳລັງໃໝ່, ແມ່ນ “ກຳລັງໜູນ”ຢ່າງແຂງແຮງສໍາລັບພື້ນຖານເສດຖະກິດ. ທ່ານຫງວຽນຮວ່າບິ່ງສະເໜີໃຫ້ສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບສູນການເງິນໃຫ້ສົມບູນແບບ, ໃນນັ້ນ ມີຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບສູນການເງິນ.ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງການຈັດແບ່ງ, ລະດົມແຫຼ່ງກຳລັງສ້າງພື້ນຖານໂຄງລ່າງ ແລະ ພັດທະນາສູນການເງິນ; ກະກຽມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນກົງຈັກລັດ ຮັບໃຊ້ໃຫ້ແກ່ການຄຸ້ມຄອງ, ການເຄື່ອນໄຫວຂອງສູນການເງິນ.
ຕາມແຜນການຄາດຄະເນ, ສູນການເງິນສາກົນ ຈະໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນໂຮ່ຈິມິນ ແລະ ສູນການເງິນລະດັບພາກພື້ນຈະໄດ້ຮັບການສ້າງຕັ້ງຂຶ້ນຢູ່ ດ່າໜັງ.
ຄໍາເຫັນ