ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ
ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງ ໃນພາກການກະສິກໍາ; ປະເທດ ອຽກລັງ ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍ ທີ່ເປັນເພດຍິງ ໃນພາກເໜືອ ຂອງ ສປປ ລາວ ປະມານ 1,000 ຄົນ ຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ດ້ວຍມູນຄ່າ 400,000 ເອີໂຣ.

 

ພິທີລົງນາມໃນສັນຍາ ໂຄງການສົ່ງເສີມຄວາມເຂັ້ມແຂງແກ່ຊາວກະສິກອນຂະໜາດນ້ອຍເພດຍິງ ໃນການປັບຕົວ ຂົງເຂດດ້ານກະສິກໍາ ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພານີ້ ທີ່ WFP ປະຈໍາ ສປປ ລາວ ໂດຍການລົງນາມລະຫວ່າງ ທ່ານ ນາງ ເດຍດຣີ ນິ ຟາລູອິນ (Deirdre Ni Fhalluin) ເອກອັກຄະລັດຖະທູດ ແຫ່ງ ອຽກລັງ ປະຈຳ ສປປ ລາວ ແລະ ທ່ານ ມາກ ອານເດຣ ໂປສ (Marc Andre Prost) ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ຊຶ່ງມີທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ນາງ ເດຍດຣີ ນິ ຟາລູອິນ ກ່າວວ່າ: “ປະເທດອຽກລັງ ໃຫ້ຄວາມສຳຄັນກັບການສະໜັບສະໜູນການປັບຕົວ ແລະ ສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບອາກາດ ເປັນສ່ວນໜຶ່ງຂອງແນວທາງຄວາມຮ່ວມມືໃນການພັດທະນາຂອງພວກເຮົາໃນພາກພື້ນອາຊຽນ ໂດຍສະເພາະໃນປະເທດທີ່ມີຄວາມບອບບາງຕໍ່ຜົນກະທົບຂອງການປ່ຽນແປງຂອງສະພາບດິນຟ້າອາກາດ. ໂຄງການນີ້, ໄດ້ຮັບທຶນສະໜັບສະໜູນຜ່ານສະຖານເອກອັກຄະລະທູດອຽກລັງ ປະຈໍາ ນະຄອນຫຼວງຮ່າໂນ້ຍ, ໃນການຮ່ວມມື ກັບ WFP ປະຈໍາ ສປປ ລາວ ເປັນຕົວຢ່າງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອຽກລັງ ໃນການຮ່ວມມືດ້ານສະພາບອາກາດ ແລະ ການພັດທະນາແບບຍືນຍົງ. ພວກເຮົາຍິນດີຫຼາຍທີ່ໄດ້ສະໜັບສະໜູນຊາວກະສິກອນຍິງໃນຊົນນະບົດ ຜ່ານໂຄງການນີ້ ເນື່ອງຈາກພວກເຂົາມີບົດບາດສຳຄັນໃນການຜະລິດອາຫານ ແລະ ໂພຊະນາການຂອງຄົວເຮືອນທົ່ວ ສປປ ລາວ.”

ທ່ານ ມາກ ອານເດຣ ໂປສ ໄດ້ກ່າວຂອບໃຈຕໍ່ການສະໜັບສະໜູນຈາກໄອຣແລນ; ພ້ອມກ່າວວ່າ: “ການປ່ຽນແປງຂອງສະພາບດິນຟ້າອາກາດ ກຳລັງສົ່ງຜົນກະທົບຕໍ່ການຜະລິດອາຫານ ແລະ ວິຖີຊີວິດຂອງຫຼາຍຊຸມຊົນໃນ ສປປ ລາວ. ໂຄງການນີ້, ເປັນການສະໜັບສະໜູນແນວທາງທີ່ເປັນວິທີການໃໝ່ໆ ແລະ ປັບໃຊ້ໃຫ້ແທດເໝາະກັບຊຸມຊົນທ້ອງຖິ່ນ ເພື່ອຊ່ວຍໃຫ້ຊຸມຊົນບໍ່ພຽງແຕ່ຢູ່ລອດໃນສະພາບທີ່ທ້າທາຍເຫຼົ່ານີ້ ແຕ່ຍັງສາມາດຟື້ນຟູ ແລະ ພັດທະນາຕໍ່ໄປໄດ້. ຜ່ານໂຄງການນີ້, ພວກເຮົາກໍາລັງຊ່ວຍເຫຼືອຊຸມຊົນ ທີ່ມີຄວາມໜ້າເປັນຫ່ວງທີ່ສຸດໃນປະເທດ ໃຫ້ສາມາດປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ. ການຮ່ວມມືກັນລະຫວ່າງອຽກລັງ ແລະ ລັດຖະບານ ສປປ ລາວ ຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນ ໃນການແກ້ໄຂບັນຫາຄວາມທຸກຍາກ, ຄວາມເຫຼື້ອມລໍ້າທາງເພດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ມີຜົນກະທົບຕໍ່ຊີວິດຂອງຄອບຄົວຈໍານວນຫຼາຍໃນພື້ນທີ່ນີ້’’.

ໂຄງການດັ່ງກ່າວ, ດໍາເນີນງານຮ່ວມມືຢ່າງໃກ້ຊິດກັບກົມສົ່ງເສີມ ແລະ ພັດທະນາກະເສດຕະກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີເປົ້າໝາຍເພື່ອຊ່ວຍເຫຼືອຊາວກະສິກອນ ແລະ ຄົວເຮືອນໃນຊົນນະບົດ ໂດຍສະເພາະຜູ້ຍິງ, ໄວໜຸ່ມ ແລະ ຊົນເຜົ່າທ້ອງຖິ່ນ ໃຫ້ສາມາດແກ້ໄຂບັນຫາການຂາດແຄນອາຫານ, ພາວະຂາດໂພຊະນາການ ແລະ ຄວາມຍາກຈົນ ຊຶ່ງຈະດຳເນີນການຜ່ານການສົ່ງເສີມການເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ໂພຊະນາການ, ເສີມສ້າງຄວາມຕ້ານທານໃຫ້ຊາວກະສິກອນຍິງ ຜ່ານການສົ່ງເສີມການກະສິກໍາ ທີ່ສາມາດປັບຕົວກັບສະພາບອາກາດ ແລະ ການຄວບຄຸມຄວາມສ່ຽງຈາກໄພພິບັດໃນຊຸມຊົນ, ພ້ອມທັງສົ່ງເສີມການເຂົ້າເຖິງບໍລິການທາງການເງິນ ໂດຍການມອບທຶນໃຫ້ແກ່ກະສິກອນຍິງ ເພື່ອພັດທະນາການຜະລິດໃນທ້ອງຖິ່ນອີກດ້ວຍ. ໂຄງການນີ້, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອຽກລັງ ໃນການສະໜັບສະໜູນລັດຖະບານລາວ ໃນຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDG) ຂໍ້ທີ 2 ວ່າດ້ວຍການຂະຫຍາຍຄວາມມັ່ນຄົງທາງອາຫານ ແລະ ໂພຊະນາການ ແລະ ການກະສິກໍາທີ່ຍືນຍົງ, ພ້ອມທັງ SDG ຂໍ້ທີ 13 ກ່ຽວກັບການປ່ຽນແປງຂອງສະພາບອາກາດ.

ປະເທດອຽກລັງ ໄດ້ເປັນພັນທະມິດດ້ານການພັດທະນາກັບ ສປປ ລາວ ຕັ້ງແຕ່ປີ 2006 ໂດຍມີໂຄງການທີ່ມຸ່ງເນັ້ນໄປທີ່ການແກ້ໄຂບັນຫາການເກັບກູ້ລະເບີດ, ຄວາມມັ່ນຄົງດ້ານອາຫານ, ການສຶກສາ ແລະໂພຊະນາການ. ພາຍໃຕ້ຍຸດທະສາດຂອງສະຖານທູດອຽກລັງ ປະຈໍາສົກ 2023–2027, ອຽກລັງ ໄດ້ຂະຫຍາຍໂຄງການຮ່ວມມືດ້ານການພັດທະນາໃນ ສປປ ລາວ ໂດຍມີເປົ້າໝາຍໃນການເພີ່ມການສະໜັບສະໜູນຂອງອຽກລັງ ໃຫ້ກວ້າງຂວາງຂຶ້ນທົ່ວປະເທດ ແລະ ສະໜັບສະໜູນດ້ານສໍາຄັນເພີ່ມເຕີມ ເຊັ່ນ: ການປົກປ້ອງສິ່ງແວດລ້ອມ ແລະ ການປົກຄອງ.

(ຂ່າວ: ແສງຈັນ, ຂໍ້ມູນ-ພາບ: WFP ປະຈໍາ ສປປ ລາວ)

ຄໍາເຫັນ

ຂ່າວການຮ່ວມມື

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ເພີ່ມເຕີມ