ICAO ລະບຸວ່າ: ຄະນະເຮັດວຽກກ່ຽວກັບວັດສະດຸອັນຕະລາຍຂອງອົງການໄດ້ໃຫ້ຄຳແນະນຳຈາກຜູ້ຊ່ຽວຊານແກ່ອົງການກຳນົດມາດຕະຖານຂອງ ICAO. ໂດຍຜູ້ຊ່ຽວຊານອິດສະລະດ້ານເຕັກນິກ ຈາກຄະນະກຳມະການນຳທາງທາງອາກາດຂອງ ICAO ໄດ້ອະນຸມັດຄຳແນະນຳດັ່ງກ່າວຫຼັງຈາກການປະເມີນ ຊຶ່ງນຳໄປສູ່ການແກ້ໄຂຂໍ້ກຳນົດດ້ານເຕັກນິກສຳລັບການຂົນສົ່ງວັດສະດຸອັນຕະລາຍທາງອາກາດຢ່າງປອດໄພ.
ທັງນີ້, ສະພາ ICAO ທີ່ມີສະມາຊິກ 36 ປະເທດ ໄດ້ອະນຸມັດຄຳແນະນຳດັ່ງກ່າວ ແລະ ຂັ້ນຕອນຕໍ່ໄປແມ່ນການແຈກຢາຍເອກະສານເພີ່ມເຕີມກ່ຽວກັບຂໍ້ກຳນົດດ້ານເຕັກນິກທີ່ໄດ້ຮັບການດັດແກ້ໃຫ້ແກ່ປະເທດສະມາຊິກທັງໝົດ 193 ປະເທດ.
ຢ່າງໃດກໍຕາມ, ພະນັກງານຕ້ອນຮັບເທິງເຮືອບິນຈະສືບຕໍ່ໄດ້ຮັບອະນຸຍາດໃຫ້ຖື ແລະ ໃຊ້ power bank ໃນຖ້ຽວບິນ, ຕາມລະບຽບການປະຕິບັດງານຂອງເຮືອບິນ.
ຄໍາເຫັນ