IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ

IMF ອາດຈະຫຼຸດການຄາດຄະເນເສດຖະກິດໂລກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ເມສາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (IMF) ໄດ້ເປີດເຜີຍວ່າ: ສົງຄາມໃນຕາເວັນອອກກາງຈະສົ່ງຜົນໃຫ້ອັດຕາເງິນເຟີ້ສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕຂອງເສດຖະກິດໂລກຊ້າລົງ. ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າຂໍ້ຂັດແຍ່ງຈະໄດ້ຮັບການແກ້ໄຂຢ່າງວ່ອງໄວ, ແຕ່ IMF ຍັງຈະພິຈາລະນາຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດ ແລະ ຍົກລະດັບການຄາດຄະເນອັດຕາເງິນເຟີ້.

 

ທ່ານນາງ ຈໍເຈຍວາ ກ່າວວ່າ: ຖ້າບໍ່ມີສົງຄາມໃນຕາເວັນອອກກາງ, IMF ຄາດວ່າຈະປັບປຸງການຄາດຄະເນການເຕີບໂຕຂອງເສດຖະກິດໂລກຂຶ້ນເລັກນ້ອຍຈາກໂຕເລກການຄາດຄະເນກ່ອນໜ້ານີ້ທີ່ 3.3% ສຳລັບປີ 2026 ແລະ 3.2% ສຳລັບປີ 2027, ຍ້ອນເຫັນວ່າເສດຖະກິດໂລກຍັງຄົງຟື້ນຕົວຈາກພະຍາດລະບາດ. ແຕ່ໃນທາງກົງກັນຂ້າມ, ສະຖານະການໃນປັດຈຸບັນກຳລັງຊຸກຍູ້ໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ການເຕີບໂຕທາງເສດຖະກິດຊ້າລົງ.

ທ່ານນາງ ຈໍເຈຍວາ ໄດ້ອະທິບາຍຕື່ມອີກວ່າ: ພວກເຮົາອາໄສຢູ່ໃນໂລກທີ່ມີຄວາມບໍ່ແນ່ນອນສູງ, ໂດຍອ້າງອີງເຖິງສະຖານະການຄວາມເຄັ່ງຕຶງທາງພູມິສາດການເມືອງ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ການປ່ຽນແປງຂອງສະພາບອາກາດ ແລະ ການປ່ຽນແປງທາງດ້ານປະຊາກອນ ຊຶ່ງທັງໝົດນີ້ໝາຍຄວາມວ່າ ຫຼັງຈາກເສດຖະກິດໂລກຟື້ນຕົວຈາກການປ່ຽນແປງຄັ້ງນີ້ແລ້ວ, IMF ຕ້ອງລະມັດລະວັງຕໍ່ວິກິດການທີ່ອາດເກີດຂຶ້ນໃນອະນາຄົດ.

ນອກຈາກນັ້ນ, ຜູ້ອຳນວຍການຝ່າຍບໍລິຫານຂອງ IMF ໄດ້ກ່າວວ່າ: ສົງຄາມດັ່ງກ່າວໄດ້ເຮັດໃຫ້ການສະໜອງນ້ຳມັນດິບທົ່ວໂລກຫຼຸດລົງ 13%, ໂດຍຜົນກະທົບເຫຼົ່ານີ້ມີຜົນກະທົບຕໍ່ການຂົນສົ່ງນ້ຳມັນ ແລະ ອາຍແກ໊ສ ລວມເຖິງລະບົບຕ່ອງໂສ້ການສະໜອງທີ່ກ່ຽວຂ້ອງເຊັ່ນ: ຮີລຽມ ແລະ ປຸ໋ຍ. ທ່ານກ່າວຕື່ມວ່າ: ເຖິງວ່າສົງຄາມອາດຈະສິ້ນສຸດລົງຢ່າງໄວວາ ແລະ ເສດຖະກິດອາດຟື້ນຕົວໄດ້ໄວພໍສົມຄວນ, ແຕ່ຜົນສະທ້ອນທີ່ເກີດຂຶ້ນຈາກສົງຄາມຄັ້ງນີ້ຈະເຮັດໃຫ້ IMF ພິຈາລະນາການປັບປຸງການຄາດຄະເນການເຕີບໂຕຂອງເສດຖະກິດໂລກລົງເລັກນ້ອຍ ແລະ ການປັບປຸງການຄາດຄະເນອັດຕາເງິນເຟີ້ໃຫ້ສູງຂຶ້ນ. ແຕ່ຖ້າສົງຄາມຍືດເຍື້ອ, ຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ການເຕີບໂຕຂອງເສດຖະກິດຈະຮ້າຍແຮງກວ່າເກົ່າ. ຄຳເຫັນເຫຼົ່ານີ້ມີຂຶ້ນກ່ອນທີ່ IMF ຈະເປີດເຜີຍໂຕເລກການຄາດຄະເນເສດຖະກິດໂລກໃນອາທິດໜ້າ. ໂດຍມີການຄາດຄະເນວ່າ IMF ຈະເຜີຍແຜ່ສະຖານະການຕ່າງໆໃນບົດລາຍງານທ່າອ່ຽງເສດຖະກິດໂລກ ຊຶ່ງຈະອອກໃນວັນທີ 14 ເມສາ ຈະມາເຖິງນີ້.

ກ່ອນໜ້ານີ້, ໃນວັນທີ 30 ມີນາ ຜ່ານມາ, IMF ໄດ້ສົ່ງສັນຍານເຖິງຄວາມເປັນໄປໄດ້ໃນການຫຼຸດການຄາດຄະເນເສດຖະກິດໂລກ, ໂດຍອ້າງອີງເຖິງຜົນກະທົບຈາກສົງຄາມ ແລະ ສະພາບທາງດ້ານການເງິນທີ່ເຕັ່ງຕຶງຫຼາຍຂຶ້ນ.

ສົງຄາມໃນຕາເວັນອອກກາງໄດ້ສົ່ງຜົນໃຫ້ການສະໜອງພະລັງງານໂລກທົ່ວໂລກປະເຊີນກັບການສະຢຸດສະງັກຮ້າຍແຮງທີ່ສຸດ, ໂດຍການຜະລິດນ້ຳມັນຫຼາຍລ້ານບາເຣວໄດ້ຢຸດສະງັກລົງ ຍ້ອນການປິດລ້ອມຊ່ອງແຄບຮໍມຸສຂອງອີຣານ ຊຶ່ງເປັນເສັ້ນທາງຂົນສົ່ງນ້ຳມັນ ແລະ ອາຍແກ໊ສໜຶ່ງສ່ວນຫ້າຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ສີລັງກາ ປັບໃໝລົດໂດຍສານ 80 ຄັນ ຍ້ອນເກັບຄ່າໂດຍສານເກີນກຳນົດ

ສີລັງກາ ປັບໃໝລົດໂດຍສານ 80 ຄັນ ຍ້ອນເກັບຄ່າໂດຍສານເກີນກຳນົດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ໂຣຮານາ ວັດເທດ ຫົວໜ້າໜ່ວຍກວດກາລົດໂດຍສານເຄື່ອນທີ່ຂອງຄະນະກຳມະການຂົນສົ່ງແຫ່ງຊາດສີລັງກາ ໄດ້ເປີດເຜີຍວ່າ, ຈາກການກວດກາລົດໂດຍສານ ຈຳນວນ 680 ຄັນ ລະຫວ່າງວັນທີ 8-18 ເມສາ ຜ່ານມາ ພົບວ່າມີລົດໂດຍສານ ຈຳນວນ 80 ຄັນ ຄິດຄ່າໂດຍສານເກີນກຳນົດທີ່ອະນຸຍາດໃນລະຫວ່າງງານບຸນປີໃໝ່ຂອງຊາວສິງຫົນ ແລະ ທະມິນ ຊຶ່ງເປັນວັນພັກທີ່ສຳຄັນທີ່ສຸດຂອງສີລັງກາ ຈຶ່ງໄດ້ມີການປັບໃໝລົດໂດຍສານເຫຼົ່ານີ້.
ມາເລເຊຍ ເຈລະຈາກັບຣັດເຊຍກ່ຽວກັບການສະໜອງນ້ຳມັນເຊື້ອໄຟ

ມາເລເຊຍ ເຈລະຈາກັບຣັດເຊຍກ່ຽວກັບການສະໜອງນ້ຳມັນເຊື້ອໄຟ

ຂ່າວສານຊີອາໄອລາຍງານວ່າ: ວັນທີ 18 ເມສາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດມາເລເຊຍສາມາດເຈລະຈາກັບຣັດເຊຍກ່ຽວກັບການສະໜອງນໍ້າມັນເຊື້ອໄຟ ເພື່ອຮັບປະກັນຄັງສຳຮອງພະລັງງານຂອງມາເລເຊຍພຽງພໍກັບຄວາມຕ້ອງການຂອງປະເທດຕົນ.
ມູນ​ຄ່າ​ການ​ນຳ​ເຂົ້າ - ສົ່ງ​ອອກ​ ຜ່ານ​ດ່ານ​ທາງ​ຫຼວງຈູ່​ໄຫ​ ຂອງ​ຂົວ​ໃຫຍ່ ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ 96 ຕື້ 170 ລ້ານຢວນ

ມູນ​ຄ່າ​ການ​ນຳ​ເຂົ້າ - ສົ່ງ​ອອກ​ ຜ່ານ​ດ່ານ​ທາງ​ຫຼວງຈູ່​ໄຫ​ ຂອງ​ຂົວ​ໃຫຍ່ ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ 96 ຕື້ 170 ລ້ານຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 19 ເມສາ ຜ່ານມາວ່າ: ອີງ​ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ​ກົງ​ເປີຍຈີນ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຜ່ານ​ດ່ານ​ທາງ​​ຫຼວງຈູ່​ໄຫ​ຂອງ​ຂົວ​ໃຫຍ່ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ເຖິ​ງ 96 ຕື້ 170 ລ້ານຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ ເພີ່ມ​ຂຶ້ນ 55,4%, ຖາ​ນະ​ບົດ​ບາດ​ຂອງ​ດ່ານຂົວ​ໃຫຍ່​ດັ່ງ​ກ່າວ​ທີ່​ເປັນ​​ຊ່ອງ​ທາງ​​ສຳ​ຄັນຕົ້ນຕໍ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈູ່​ຈ່ຽງ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.
ຜັກ​ໝາກ​ໄມ້ເກືອບ 100 ໂຕນ ຈາກຫວຽດນາມ ຖືກສົ່ງໄປຍັງ​ຕະຫຼາດ UAE

ຜັກ​ໝາກ​ໄມ້ເກືອບ 100 ໂຕນ ຈາກຫວຽດນາມ ຖືກສົ່ງໄປຍັງ​ຕະຫຼາດ UAE

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກຸ່ມ​ບໍ​ລິ​ສັດ Lulu Group International ໄດ້​ຈ້າງ​ເຮືອ​ບິນ​ຂົນ​ສົ່ງ​ຜັກ​ໝາກ​ໄມ້​ສົດ​ເກືອບ 100 ໂຕນ​ຈາກ ຫວຽດ​ນາມ ໄປ​ຍັງ​ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ (UAE).
​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

ຂ່າວສານຊີອາໄອລາຍງານວ່າ: ລະ​ຫວ່າງວັນ​ທີ 11 ຫາ 15 ເມ​ສາ​ ຜ່ານມານີ້, ທ່ານ ເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດສະປາຍ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ອີກ​ຄັ້ງ​ໜຶ່ງ. ນີ້​ແມ່ນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນຄັ້ງທີ 4 ພາຍ​ໃນ​ເວ​ລາ 4 ປີຂອງທ່ານ ເປໂດຣ ຊານເຊັສ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບ​ປະ​ກັບ​ທ່ານທ່ານ ເປໂດຣ ຊານເຊັສ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ເອ​ກະ​ສານ​ການ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ສະ​ບຽງ​ອາ​ຫານ ແລະ ອື່ນໆ.
ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລອີດິດ ໂຄແວນ ໃນອົສຕຣາລີເປີດເຜີຍວ່າ: ການບໍລິໂພກອາຫານທີ່ເຄັມເກີນໄປອາດເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍໄວຂຶ້ນ. ເນື່ອງຈາກການບໍລິໂພກໂຊດຽມປະລິມານສູງສາມາດສົ່ງຜົນກະທົບຕໍ່ຄວາມຊົງຈຳ ຊຶ່ງເປັນຄວາມຊົງຈຳທີ່ຊ່ວຍໃຫ້ຄົນເຮົາລະນຶກເຖິງປະສົບການສ່ວນຕົວ ແລະ ເຫດການໃນອະດີດເຊັ່ນ: ຈອດລົດຢູ່ໃສ ຫຼື ມື້ທຳອິດຂອງການໄປໂຮງຮຽນ.
ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ເອີຣົບມີຄວາມສ່ຽງທີ່ນໍ້າມັນເຊື້ອໄຟເຮືອບິນຈະໝົດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ເມສາ ຜ່ານມາວ່າ: ເອີຣົບມີຄວາມສ່ຽງມັນເຊື້ອໄຟເຮືອບິນຈະໝົດ, ອາດຈະເຫຼືອໃຊ້ພຽງ 6 ອາທິດເທົ່ານັ້ນແລະມີຄວາມສ່ຽງທີ່ຈະຍົກເລີກຖ້ຽວບິນໃນໄລຍະລະດູຮ້ອນ ຖ້າບໍ່ສາມາດຊອກຫາແຫຼ່ງນໍາເຂົ້າທາງເລືອກອື່ນເພື່ອທົດແທນຕາເວັນອອກກາງ, ຫຼັງຈາກອີຣານປິດຊ່ອງແຄບຮໍມຸສຢ່າງຕໍ່ເນື່ອງ.
ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​​ຫຼາຍ​ສະ​ບັບ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໄດ້​ຈັດ​ຂຶ້ນ ໃນວັນທີ 15 ເມສາ ຜ່ານມາຢູ່ນະຄອນຫຼວງປັກ​ກິ່ງ, ຕໍ່​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ຂອງ ​ທ່ານສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຈີນ ແລະ ທ່ານ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ ຫວຽດ​ນາມ.
ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາຢູ່ນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ໄດ້ສິ້ນສຸດລົງ. ແຫຼ່ງຂ່າວຈາກຝ່າຍອີຣານໃຫ້ຮູ້ວ່າ: ໃນການເຈລະຈາຮອບນີ້, ຄະນະຜູ້ແທນຂອງສອງຝ່າຍຍັງມີຂໍ້ຂັດແຍ້ງກັນທີ່ຮຸນແຮງຈໍານວນໜຶ່ງ.
ເພີ່ມເຕີມ