ທ່ານ ນາງ ຈູລີ ໂຄຊັກ ໂຄສົກຂອງ IMF ກ່າວໃນວັນທີ 10 ກັນຍາ ຜ່ານມາວ່າ: ເສດຖະກິດໂລກຍັງສາມາດຮັບມືກັບຜົນກະທົບຂອງສົງຄາມໃນຕາເວັນອອກກາງ, ໂດຍສະເພາະຜົນກະທົບຕໍ່ລາຄາພະລັງງານ ໄດ້ດີກວ່າທີ່ຫຼາຍຄົນເຄີຍກັງວົນ.
ເຖິງຢ່າງໃດກໍຕາມ, ທ່ານ ນາງ ໂຄຊັກ ສັງເກດເຫັນວ່າຄວາມບໍ່ແນ່ນອນຍັງຄົງຢູ່ໃນລະດັບສູງ, ໂດຍເສດຖະກິດໂລກກຳລັງປະເຊີນກັບແຮງກົດດັນຈາກສອງທິດທາງຄື: ຜົນກະທົບທາງລົບດ້ານການສະໜອງຈາກລາຄາພະລັງງານ ແລະ ສິນຄ້າທີ່ສູງຂຶ້ນ ແລະ ການສະໜັບສະໜູນດ້ານຄວາມຕ້ອງການໃນທາງບວກຈາກວົງຈອນເຕັກໂນໂລຊີທີ່ຂັບເຄື່ອນດ້ວຍ AI. ທັງສອງປັດໄຈນີ້ມີຜົນກະທົບທີ່ແຕກຕ່າງກັນຢ່າງຫຼວງຫຼາຍຕໍ່ແຕ່ລະປະເທດ.
ໂຄສົກຂອງ IMF ຍັງໄດ້ເຕືອນກ່ຽວກັບຄວາມສ່ຽງທີ່ສຳຄັນຫຼາຍຢ່າງຕໍ່ເສດຖະກິດໂລກ, ລວມທັງແຮງກົດດັນດ້ານພະລັງງານທີ່ອາດຈະຍືດເຍື້ອ, ໜີ້ສິນສາທາລະນະທີ່ເພີ່ມຂຶ້ນ ແລະ ຂະບວນການຜ່ອຍຄາຍອັດຕາເງິນເຟີ້ທີ່ຢຸດສະງັກ.
ສຳລັບກອງປະຊຸມປະຈຳປີ 2026 ຂອງ IMF ແລະ ທະນາຄານໂລກ ຊຶ່ງມີກຳນົດຈະຈັດຂຶ້ນທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 12-18 ຕຸລາ ນີ້, ທ່ານ ນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການຝ່າຍບໍລິຫານຂອງ IMF ໄດ້ກ່າວໃນທ້າຍເດືອນສິງຫາ ຜ່ານມາວ່າ: ຄວາມຍືດຍຸ່ນ ແລະ ການເຄື່ອນໄຫວ ຈະເປັນຫົວຂໍ້ຫຼັກຂອງກອງປະຊຸມຄັ້ງນີ້.
ຄໍາເຫັນ