ທ່ານ ຮາຟິດກ່າວວ່າ: ລັດຖະບານຈະຢຸດການເຂົ້າເຖິງສື່ສັງຄົມອອນລາຍສຳລັບຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 16 ປີແລະ ການບັງຄັບໃຊ້ແບບເປັນໄລຍະຈະສືບຕໍ່ຈົນກວ່າທຸກແພັດຟອມຈະປະຕິບັດຕາມຂໍ້ກຳນົດຂອງລັດຖະບານ.
ນອກຈາກນັ້ນ, ບັນຊີຂອງຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 16 ປີ ໃນແພັດຟອມດີຈີຕອນທີ່ຖືກຈັດປະເພດເປັນ “ຄວາມສ່ຽງສູງ” ຈະຄ່ອຍໆຖືກປິດໃຊ້ງານ. ໂດຍແພັດຟອມທີ່ໄດ້ຮັບຜົນກະທົບລວມມີ TikTok, Facebook, Instagramແລະອື່ນໆ.
ລັດຖະບານອິນໂດເນເຊຍ ລະບຸວ່າ: ກົດລະບຽບເຫຼົ່ານີ້ມີຈຸດປະສົງເພື່ອຕ້ານເນື້ອຫາທີ່ເປັນອັນຕະລາຍ, ການຕິດຕໍ່ກັບຄົນແປກໜ້າ, ການຂູດຮີດທາງອອນລາຍ, ການສໍ້ໂກງ, ການຂົ່ມເຫັງທາງໄຊເບີ ແລະ ການໃຊ້ອິນເຕີເນັດຫຼາຍເກີນໄປ, ເພື່ອປົກປ້ອງສະຫວັດດີພາບຂອງໄວໜຸ່ມທີ່ໃຊ້ອິນເຕີເນັດ.
ຄໍາເຫັນ