ທ່ານ ໂຣຊານ ໂຣສລານີ ຫົວໜ້າອົງການລົງທຶນຂອງລັດດານັນຕາຣາ ກ່າວວ່າ:ໃນໄລຍະທໍາອິດ ຈະມີການສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ 8 ແຫ່ງໃນເດືອນຕຸລານີ້. ໂດຍອິນໂດເນເຊຍຕັ້ງເປົ້າໝາຍສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ ຈຳນວນ 33 ແຫ່ງໃນທົ່ວປະເທດ, ແຕ່ລະແຫ່ງມີຄວາມສາມາດໃນການຈັດການຂີ້ເຫຍື້ອ 1,000 ໂຕນຕໍ່ມື້ ແລະ ມີມູນຄ່າການລົງທຶນເຖິງ 3 ພັນຕື້ຣູເປຍ.
ທ່ານ ໂຣຊານ ໃຫ້ຮູ້ວ່າ: ອິນໂດເນເຊຍຜະລິດຂີ້ເຫຍື້ອປະມານ 35 ລ້ານໂຕນຕໍ່ປີ, ແຕ່ປັດຈຸບັນມີການຈັດການຂີ້ເຫຍື້ອພຽງແຕ່ 60% ເທົ່ານັ້ນ ແລະ ຄາດວ່າໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຈະສະໜອງການແກ້ໄຂຂີ້ເຫຍື້ອໃນໄລຍະຍາວຂອງປະເທດ, ພ້ອມທັງເລັ່ງການພັດທະນາແຫຼ່ງພະລັງງານໃໝ່ແລະ ພະນັກງານໝູນວຽນ.
ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຄາດວ່າຈະຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງປະເທດໄດ້ເຖິງ 80%, ຜະລິດກະແສໄຟຟ້າໄດ້ເຖິງ 15 ເມກາວັດຕໍ່ໂຮງງານແລະຫຼຸດຜ່ອນການນໍາໃຊ້ທີ່ດິນລົງເຖິງ 90%.
ຄໍາເຫັນ