ລະບົບຂອງອົງການພ້ອມແລ້ວສຳລັບການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ ຫຼັງຈາກການກະກຽມເປັນເວລາຫຼາຍອາທິດໃນການຮ່ວມມືກັບແພລັດຟອມອີຄອມເມີຊທີ່ສຳຄັນ. ໂດຍຄຳສັ່ງແຕ່ງຕັ້ງຢ່າງເປັນທາງການຂອງຜູ້ທີ່ມີໜ້າທີ່ເກັບພາສີໄດ້ອອກໃນວັນທີ 1 ກໍລະກົດນີ້.
ທ່ານ ປູຣບາຢາ ຢູດີ ຊາເດວາ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ກ່າວວ່າ: ນະໂຍບາຍດັ່ງກ່າວມີຈຸດປະສົງເພື່ອສ້າງສະພາບແວດລ້ອມການແຂ່ງຂັນທີ່ຍຸຕິລະຫວ່າງຜູ້ຄ້າໃນແພລັດຟອມອອນລາຍ ແລະ ຮ້ານຄ້າຕົວຈິງ, ໂດຍເນັ້ນໜັກວ່ານະໂຍບາຍນີ້ບໍ່ແມ່ນການເກັບພາສີໃໝ່ ແຕ່ເປັນການປ່ຽນແປງກົນໄກການເກັບພາສີທີ່ມີຢູ່ແລ້ວ.
ຄໍາເຫັນ