ທ່ານ ບາລິລ ກ່າວວ່າ: ເລີ່ມຕັ້ງແຕ່ຕົ້ນໃນປີນີ້, ຈະບໍ່ອອກໃບອະນຸຍາດສຳລັບການນຳເຂົ້ານ້ຳມັນກາຊວນອີກຕໍ່ໄປ.
ທ່ານກ່າວຕື່ມວ່າ: ການຢຸດຕິການນຳເຂົ້ານ້ຳມັນກາຊວນຍັງຈະສົ່ງຜົນກະທົບຕໍ່ສະຖານີບໍລິການນ້ຳມັນເອກະຊົນ. ສຳລັບນ້ຳມັນກາຊວນທີ່ຍັງຖືກສົ່ງມາອິນໂດເນເຊຍໃນເດືອນມັງກອນ ຫຼື ເດືອນກຸມພາ ແມ່ນສ່ວນທີ່ໄດ້ຮັບການອະນຸມັດໃຫ້ນຳເຂົ້າຕັ້ງແຕ່ປີ 2025.
ທ່ານ ບາລິລ ກ່າວຕື່ມວ່າ: ແຕ່ໃນປີນີ້, ຕາມຄຳສັ່ງຂອງ ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນ ເຊຍ, ກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ຈະບໍ່ອອກໃບອະນຸຍາດນຳເຂົ້າອີກຕໍ່ໄປ ເພາະວ່າພວກເຮົາມີໂຮງກັ່ນນ້ຳມັນທີ່ພ້ອມໃຊ້ແລ້ວ.
ທັງນີ້, ໂຮງກັ່ນນ້ຳມັນທີ່ກ່າວເຖິງແມ່ນໂຄງການພັດທະນາແຜນແມ່ບົດທີ່ໂຮງກັ່ນນ້ຳມັນໜ່ວຍທີ 5 ໃນບາລິກປາປັນ ແຂວງກາລິມັນຕັນຕາເວັນອອກ. ໂດຍໂຄງການນີ້ຈະຊ່ວຍໃຫ້ໂຮງກັ່ນນ້ຳມັນສາມາດປຸງແຕ່ງນ້ຳມັນໄດ້ເຖິງ 360,000 ບາເຣວຕໍ່ມື້, ເທົ່າກັບ 22-25% ຂອງຄວາມຕ້ອງການນ້ຳມັນເຊື້ອໄຟທັງໝົດຂອງປະເທດ.
ຄໍາເຫັນ