ກະຊວງການສື່ສານ ແລະ ກິດຈະການດີຈີຕອນຂອງອິນໂດເນເຊຍ ລະບຸວ່າ: ມາດຕະການດັ່ງກ່າວແມ່ນຈຳເປັນເພື່ອປົກປ້ອງແມ່ຍິງ, ເດັກນ້ອຍ ແລະ ສາທາລະນະຊົນຈາກອັນຕະລາຍທີ່ກ່ຽວຂ້ອງກັບຮູບພາບລາມົກທີ່ສ້າງຂຶ້ນໂດຍ AI ຊຶ່ງກະຊວງດັ່ງກ່າວເຫັນວ່າເປັນການລະເມີດສິດທິມະນຸດ ແລະ ຄວາມປອດໄພທາງດີຈີຕອນຢ່າງຮ້າຍແຮງ.
ທັງນີ້, ທ່ານ ເມີຍາ ຮາຟິດ ລັດຖະມົນຕີກະຊວງດັ່ງກ່າວຍັງໄດ້ຮ້ອງຂໍໃຫ້ແພລັດຟອມ (X)ມີຄຳອະທິບາຍຢ່າງຮີບດ່ວນ ກ່ຽວກັບຜົນກະທົບທາງລົບທີ່ເກີດຂຶ້ນຈາກການນຳໃຊ້ Grok. ໂດຍການກະທຳນີ້ແມ່ນອີງໃສ່ສິດອຳນາດຕາມກົດລະບຽບຂອງກະຊວງ ສະບັບເລກທີ 5 ຂອງປີ 2020 ວ່າດ້ວຍ ຜູ້ໃຫ້ບໍລິການເອເລັກໂຕຣນິກພາກເອກະຊົນ, ໂດຍສະເພາະມາດຕາ 9 ຊຶ່ງກຳນົດໃຫ້ຜູ້ໃຫ້ບໍລິການທຸກຄົນຕ້ອງຮັບປະກັນວ່າລະບົບເອເລັກໂຕຣນິກຂອງຕົນຕ້ອງບໍ່ເອື້ອຍອຳນວຍ ຫຼື ເຜີຍແຜ່ຂໍ້ມູນ ແລະ ເອກະສານເອເລັກໂຕຣນິກທີ່ຖືກຫ້າມ.
ຄໍາເຫັນ