ອິນໂດເນເຊຍ ມີປະຊາກອນຫຼາຍກວ່າ 280 ລ້ານຄົນ, ໃນນີ້ ກຸ່ມຄົນທີ່ມີອາຍຸບໍ່ເຖິງກະສຽນມີຈຳນວນຫຼາຍສົມຄວນ. ທາງການອິນໂດເນເຊຍຄາດຄະເນວ່າ: ຫາກຖືເອົາ 16 ປີ ເປັນເກນອາຍຸ, ຄາດວ່າຈະມີເດັກປະມານ 70 ລ້ານຄົນ ໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວ.
ລັດຖະບານອິນໂດເນເຊຍ ຢືນຢັນວ່າ: ການວາງມາດຕະການດັ່ງກ່າວມີຈຸດປະສົງຕົ້ນຕໍເພື່ອຮັບມືກັບໄພຂົ່ມຂູ່ຫຼາຍຢ່າງທີ່ຜູ້ມີອາຍຸບໍ່ເຖິງກະສຽນພວມປະເຊີນຢູ່ໃນໂລກອອນລາຍ ຊຶ່ງລວມທັງເນື້ອຫາລາມົກ, ການຂົ່ມເຫັງທາງອິນເຕີເນັດ, ການຫຼອກລວງທາງໂທລະຄົມ ແລະ ການຕິດອິນເຕີເນັດ ເປັນຕົ້ນ.
ນອກຈາກນີ້, ອົສຕຣາລີ ໄດ້ປະຕິບັດມາດຕະການຫ້າມໃຊ້ສື່ສັງຄົມອອນລາຍລັກສະນະທີ່ຄ້າຍຄືກັນ, ຂະນະທີ່ ຫຼາຍປະເທດ ເຊັ່ນ: ຝຣັ່ງ, ອັງກິດ, ດານມາກ ແລະ ນູແວັນເຊລັງ ກໍພວມສຶກສາຄົ້ນຄວ້າ ຫຼື ກຽມຈະໃຊ້ມາດຕະການທີ່ກ່ຽວຂ້ອງ.
ຄໍາເຫັນ