ທ່ານ ແອຣລັງກາ ຮາຕາໂຕ ລັດຖະມົນຕີກະຊວງປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ກ່າວວ່າ: ລາຄານໍ້າມັນເຊື້ອໄຟພິເສດຈະມີຜົນບັງຄັບໃຊ້ເປັນເວລາ 6 ເດືອນ ແລະ ມີໂຄຕ້າທັງໝົດ 400,000 ໂຕນ. ໂດຍອົງການຄຸ້ມຄອງກອງທຶນນໍ້າມັນປາມອິນໂດເນເຊຍຈະຮັບຜິດຊອບສ່ວນເກີນລະຫວ່າງລາຄາພິເສດກັບຕົ້ນທຶນການຜະລິດ ປະມານ 18,600 ຣູເປຍ ຕໍ່ລິດ.
ທ່ານ ບາລິລ ລາຮາດາລີ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ກ່າວວ່າ: ກະຊວງຈະອອກລະບຽບການທັນທີສຳລັບການນຳໃຊ້ລາຄາພິເສດ ແລະ ຈະປະສານງານການແຈກຢາຍນໍ້າມັນເຊື້ອໄຟກັບກະຊວງການເດີນເຮືອ ແລະ ການປະມົງ ເພື່ອປ້ອງກັນການໃຊ້ໃນທາງທີ່ຜິດ.
ປັດຈຸບັນ, ອິນໂດເນເຊຍ ກຳນົດລາຄານໍ້າມັນເຊື້ອໄຟພິເສດໄວ້ທີ່ 6,800 ຣູເປຍຕໍ່ລິດ ສຳລັບເຮືອປະມົງທີ່ມີນໍ້າໜັກລວມຕໍ່າກວ່າ 30 ໂຕນ, ໃນຂະນະທີ່ເຮືອການຄ້າຂະໜາດໃຫຍ່ຕ້ອງຊື້ນໍ້າມັນກາຊວນທີ່ບໍ່ໄດ້ຮັບການອຸດໜູນ ຊຶ່ງບໍ່ດົນມານີ້ໄດ້ເພີ່ມຂຶ້ນເປັນປະມານ 21,300 ຣູເປຍຕໍ່ລິດ.
ຄໍາເຫັນ