ທ່ານ ຣາມມານີ ກ່າວວ່າ: ປະລິມານຄັງສຳຮອງເຂົ້າຂອງ Bulog ເພີ່ມຂຶ້ນເຖິງ 5.39 ລ້ານໂຕນ,ການເພີ່ມຂຶ້ນນີ້ແມ່ນຜົນມາຈາກຄວາມພະຍາຍາມໃນການສະໜັບສະໜູນນະໂຍບາຍຄວາມໝັ້ນຄົງທາງດ້ານອາຫານ ແລະ ການເພິ່ງພາຕົນເອງຂອງລັດຖະບານອິນໂດເນເຊຍ. ໃນຂະນະທີ່ເຄືອຂ່າຍສາງສິນຄ້າໃນປັດຈຸບັນຂອງ Bulog ມີຄວາມສາມາດບັນຈຸປະມານ 4 ລ້ານໂຕນ.
ຂ່າວລະບຸວ່າ: Bulog ໄດ້ເຊົ່າພື້ນທີ່ເພີ່ມເຕີມ ຊຶ່ງມີຄວາມສາມາດບັນຈຸເພີ່ມຂຶ້ນທັງໝົດປະມານ 2 ລ້ານໂຕນ ແລະ ກຳລັງກະກຽມພື້ນທີ່ເກັບຮັກສາເພີ່ມອີກ 1 ລ້ານໂຕນ ເພື່ອຮັບປະກັນການເພີ່ມຄັງສຳຮອງ. ໂດຍການຂະຫຍາຍຄັ້ງນີ້ຈະຊ່ວຍປັບປຸງລະບົບໂລຈິສຕິກ, ການແຈກຢາຍ ແລະ ສະໜັບສະໜູນການເຕີບໂຕຂອງຄັງສຳຮອງເຂົ້າຂອງອິນໂດເນເຊຍຕື່ມອີກ.
ນອກຈາກນັ້ນ, ອິນໂດເນເຊຍ ກຳລັງເພີ່ມທະວີຄວາມພະຍາຍາມໃນການເສີມສ້າງຄວາມໝັ້ນຄົງດ້ານອາຫານພາຍໃນປະເທດ, ໂດຍ Bulog ຍັງສືບຕໍ່ຊື້ເຂົ້າຈາກຊາວກະສິກອນທ້ອງຖິ່ນຕາມການຜະລິດທີ່ເພີ່ມຂຶ້ນທົ່ວປະເທດ.
ຄໍາເຫັນ