ເຈົ້າໜ້າທີ່ອິນໂດເນເຊຍໄດ້ດຳເນີນມາດຕະການປ້ອງກັນລ່ວງໜ້າ ຫຼັງຈາກໄດ້ຮັບບົດລາຍງານການປະເມີນຄວາມສ່ຽງດ້ານສະພາບອາກາດຈາກອົງການອຸຕຸນິຍົມວິທະຍາ, ພູມອາກາດວິທະຍາ ແລະ ຟີຊິກທໍລະນີວິທະຍາອິນໂດເນເຊຍ ໂດຍສຸມໃສ່ການຮັກສາລະດັບການຜະລິດບໍ່ໃຫ້ຫຼຸດລົງ.
ທ່ານ ຊຸດາຣໂຍໂນ ກ່າວວ່າ: ລັດຖະບານໄດ້ກະກຽມມາດຕະການເພື່ອຮັບມືກັບໄພແຫ້ງແລ້ງ ລວມທັງການສູບນ້ຳ, ການຕິດຕັ້ງທໍ່ສົ່ງນ້ຳ ແລະ ການເຈາະນ້ຳບາດານ ເພື່ອຮັກສາປະສິດທິພາບຜົນຜະລິດດ້ານກະສິກຳ. ເປົ້າໝາຍເພື່ອເພີ່ມດັດຊະນີການປູກພືດແຫ່ງຊາດ ເພື່ອເພີ່ມວົງຈອນການປູກ ແລະ ການເກັບກ່ຽວ ພ້ອມທັງຮັບປະກັນການສຳຮອງເຂົ້າໃຫ້ພຽງພໍສຳລັບເຫດສຸກເສີນ.
ຄໍາເຫັນ