ຂ່າວລະບຸວ່າ: ຄຳສັ່ງກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟໄບໂອດີເຊວ B-50 ໄດ້ກໍານົດໃຫ້ປະສົມນໍ້າມັນຊີວະພາບທີ່ຜະລິດຈາກນໍ້າມັນປາມໃນອັດຕາສ່ວນ 50% ກັບນໍ້າມັນກາຊວນຟອດຊິວ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ເສີມຂະຫຍາຍຄວາມໝັ້ນຄົງດ້ານພະລັງງານ.
ນອກຈາກນັ້ນ, ສື່ມວນຊົນທ້ອງຖິ່ນລາຍງານວ່າ: ລັດຖະບານອິນໂດເນເຊຍ ກຳລັງກະກຽມຄວາມພ້ອມໃນການຮ່ວມມືກັບ PTTN IV ຊຶ່ງເປັນບໍລິສັດປູກຝັງຂອງລັດ, ເພື່ອພັດທະນາການຜະລິດນ້ຳມັນກາຊວນຈາກນໍ້າມັນປາມໃນໄລຍະເລີ່ມຕົ້ນ ກ່ອນທີ່ຈະຂະຫຍາຍໄປສູ່ອຸດສາຫະກຳຂະໜາດໃຫຍ່.
ຄໍາເຫັນ