ທ່ານ ພຣາໂບໂວ ກ່າວໃນລະຫວ່າງການເຂົ້າຮ່ວມການເກັບກ່ຽວອ້ອຍໃນແຂວງຊະວາຕາເວັນອອກວ່າ: ທ່ານ ອຳຣານ ສຸໄລມານ ລັດຖະມົນຕີກະຊວງກະສິກຳອິນໂດເນເຊຍ ໄດ້ແຈ້ງໃຫ້ທ່ານຊາບວ່າ, ບໍ່ມີການປູກອ້ອຍຄືນໃໝ່ໃນຕະຫຼອດໄລຍະ 12 ປີຜ່ານມາ. ດັ່ງນັ້ນ, ລັດຖະບານຈຶ່ງຫຼຸດໄລຍະເວລາຂອງໂຄງການດັ່ງກ່າວຈາກ 4 ປີລົງເປັນ 2 ປີ.
ທັງນີ້, ໂຄງການປູກອ້ອຍໃໝ່ ມີຈຸດປະສົງເພື່ອເພີ່ມການຜະລິດນ້ຳຕານພາຍໃນປະເທດ ແລະ ສະໜັບສະໜູນການພັດທະນາເຊື້ອໄຟໄບໂອເອທານອນ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງອິນໂດເນເຊຍໃນການສົ່ງເສີມການເພິ່ງພາຕົນເອງດ້ານອາຫານ ແລະ ພະລັງງານ.
ຄໍາເຫັນ