ທ່ານ ຊູຊິວິໂຈໂນ ກ່າວວ່າ: ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການ, ແຕ່ບໍ່ແມ່ນເລື່ອງທີ່ຕັດສິນໃຈຢ່າງຮີບດ່ວນໄດ້ ເພາະຕ້ອງໃຊ້ງົບປະມານຂອງລັດຖະບານ. ນອກຈາກນັ້ນ, ຍັງມີການຈັດສັນເງິນອຸດໜູນຂະແໜງໄຟຟ້າ ແລະ ຄ່າຊົດເຊີຍທາງພະລັງງານ ຈຶ່ງຕ້ອງມີການພິຈາລະນາຢ່າງລະອຽດຮອບຄອບ.
ກ່ອນໜ້ານີ້, ລັດຖະບານອິນໂດເນເຊຍໄດ້ນຳໃຊ້ການຫຼຸດອັດຕາຄ່າໄຟຟ້າເປັນມາດຕະການຊຸກຍູ້ເສດຖະກິດໃນລະຫວ່າງເດືອນມັງກອນ ຫາ ເດືອນກຸມພາ ຂອງປີນີ້.
ຄໍາເຫັນ