![]() |
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ ຊຶ່ງໄດ້ຕີລາຄາບັນດາຜົນງານດ້ານຕັ້ງໜ້າ ລວມເຖິງຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງກໍານົດທິດທາງ, ແຜນງານ ແລະ ໜ້າວຽກຈຸດສຸມໃນຕໍ່ໜ້າ.
ກອງປະຊຸມກໍ່ໄດ້ດຳເນີນການປ່ອນບັດເລືອກຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່ໂດຍມີຜູ້ອອກສະໝັກທັງໝົດຈໍານວນ7 ສະຫາຍ, ໃນນັ້ນເລືອກເອົາ 5 ສະຫາຍ ເພື່ອເປັນແກ່ນສານນໍາພາ-ຊີ້ນໍາ ວຽກງານໃນຕໍ່ໜ້າ ໃຫ້ມີການພັດທະນາດີຂຶ້ນ.
![]() |
ກອງປະຊຸມຄັ້ງປະຖົມມະລຶກ ແມ່ນໄດ້ເຫັນດີເລືອກເອົາ ສະຫາຍ ນວນຕາ ແກ້ວນະວົງ ເປັນເລຂາ, ສະຫາຍ ອຸດອນ ສຸດທິລາດ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ນາງ ວິໄລຈິດ ທຳມະວົງ, ສະຫາຍ ເພັນດາໄລ ຈັນທະວົງ ແລະ ສະຫາຍ ບຸນປະສົງ ອຸດສາ ເປັນກຳມະການໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງຄໍາມ່ວນ.
ຂ່າວ: ກອງຄໍາ


ຄໍາເຫັນ