ທ່ານ ອາຣີ ຊາເທຣຍ ເຈົ້າໜ້າທີ່ຈາກກະຊວງການຄ້າອິນໂດເນເຊຍ ກ່າວວ່າ: ກະຊວງດັ່ງກ່າວໄດ້ນໍາໃຊ້ ແພລັດຟອມດີຈີຕອນເປັນຍຸດທະສາດເພື່ອຂະຫຍາຍການເຂົ້າເຖິງຕະຫຼາດໂລກ ຂອງ MSMEs ໂດຍບໍ່ຕ້ອງອາໄສກິດຈະກຳສົ່ງເສີມການຂາຍແບບດັ້ງເດີມທີ່ມີລາຄາແພງ. ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກເຄືອຂ່າຍຜູ້ຕາງໜ້າການຄ້າອິນໂດເນເຊຍ 46 ແຫ່ງໃນ 33 ປະເທດ ຊຶ່ງເຮັດໜ້າທີ່ປະສານງານລະຫວ່າງທຸລະກິດໃນທ້ອງຖິ່ນ ແລະ ຜູ້ຊື້ຈາກຕ່າງປະເທດ.
ນອກຈາກນັ້ນ, ໃນປີ 2025, ກະຊວງດັ່ງກ່າວໄດ້ຈັດກິດຈະກຳນຳສະເໜີແຜນທຸລະກິດ ແລະ ຈັບຄູ່ທຸລະກິດອອນລາຍ ຈຳນວນ 662 ຄັ້ງ ຊຶ່ງສົ່ງຜົນໃຫ້ມີມູນຄ່າທຸລະກຳການສົ່ງອອກທັງສຳເລັດ ແລະ ຄາດວ່າຈະເກີດຂຶ້ນ ທັງໝົດເກືອບ 135 ລ້ານໂດລາ.
ຄໍາເຫັນ