ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ອາລເບີຕຸສ ສຸໄລມານ ຫົວໜ້າສູນຄົ້ນຄວ້າສະພາບອາກາດ ແລະ ບັນຍາກາດ ທີ່ອົງການຄົ້ນຄວ້າ ແລະ ນະວັດຕະກໍາແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍການພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ ລວມທັງການກວດຈັບການປ່ຽນແປງທີ່ກ່ຽວຂ້ອງ ແລະ ການຕິດຕາມການປ່ອຍກາກບອນຈາກພື້ນທີ່ປ່າດົງດິບເພື່ອຫຼຸດຜ່ອນຄວາມສ່ຽງຂອງໄຟໄໝ້ປ່າ ແລະ ໄຟໄໝ້ທີ່ດິນ, ໂດຍສະເພາະໃນພື້ນທີ່ປ່າດົງດິບ.

ທ່ານ ສຸໄລມານ ກ່າວວ່າ: ຂໍ້ມູນລະດັບນໍ້າໃຕ້ດິນສາມາດເປັນລະບົບເຕືອນໄພລ່ວງໜ້າ ເພື່ອລະບຸວ່າເວລາໃດທີ່ດິນເລີ່ມມີຄວາມສ່ຽງຕໍ່ໄຟໄໝ້, ຍ້ອນວ່າລະດັບນ້ຳໃຕ້ດິນທີ່ຫຼຸດລົງເຮັດໃຫ້ພື້ນທີ່ປ່າດົງດິບແຫ້ງ. ການຄົ້ນຄວ້າຫຼ້າສຸດຈາກອົງການດັ່ງກ່າວພົບວ່າພື້ນທີ່ປ່າດົງດິບມີບົດບາດສຳຄັນໃນການຄວບຄຸມປະລິມານນ້ຳຝົນ, ເກັບຮັກສາກາກບອນໃນປະລິມານຫຼາຍ ແລະ ຮັກສາຄວາມສົມດຸນຂອງນ້ຳ, ເຮັດໃຫ້ປ່າມີຄວາມສຳຄັນຕໍ່ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

ນອກຈາກນັ້ນ, ທ່ານ ສຸໄລມານ ກ່າວຕື່ມວ່າ: ການຄຸ້ມຄອງພື້ນທີ່ປ່າດົງດິບເພື່ອການກະສິກຳອາດຈະກ່ຽວຂ້ອງກັບການກໍ່ສ້າງຄອງເພື່ອຄວບຄຸມລະດັບນ້ຳ, ແຕ່ລະດັບນ້ຳໃຕ້ດິນທີ່ຕໍ່າເກີນໄປສາມາດເຮັດໃຫ້ພື້ນທີ່ປ່າດົງດິບແຫ້ງ, ເພີ່ມຄວາມສ່ຽງຕໍ່ໄຟໄໝ້.

ຄໍາເຫັນ

ຂ່າວຕ່າງປະເທດ

ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ລີ ແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ເປັນປະທານກອງປະຊຸມຄະນະລັດຖະມົນຕີ ເພື່ອອະນຸມັດຮ່າງງົບປະມານປີ 2027 ຈຳນວນ 820.9 ພັນຕື້ວອນ ຊຶ່ງ ເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນ ແລະ ເພີ່ມຂຶ້ນ 12.8% ເມື່ອທຽບກັບປີກ່ອນ.
ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ກຸ່ມຕ້ານອາຊະຍາກຳທາງໄຊເບີ (ACG) ຂອງຕຳຫຼວດແຫ່ງຊາດຟີລິບປິນໄດ້ເປີດເຜີຍການຈັບກຸມຜູ້ຕ້ອງສົງໄສ ຈຳນວນ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີໃນຫຼາຍຮູບແບບ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2026. ໂດຍການສໍ້ໂກງທາງອອນລາຍແມ່ນການກະທຳຜິດທີ່ພົບຫຼາຍທີ່ສຸດ. ໃນຂະນະດຽວກັນ, ມີຜູ້ເຄາະຮ້າຍ 149 ຄົນໄດ້ຮັບການຊ່ວຍເຫຼືອ ແລະ 81 ຄະດີຖືກຕັດສິນລົງໂທດໂດຍສານ.
ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະ​ບານຈີນໃນວັນທີ 1 ກັນຍາ ຜ່ານມາ, ເຈົ້າໜ້າທີ່ຮັບຜິດຊອບທີ່​ກ່ຽວ​ຂ້ອງ​​ຈາກກະຊວງການຄ້າຈີນໃຫ້​ຮູ້ວ່າ: ຈະສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ​ລະ​ຫວ່າງຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ຈາກ 3 ດ້ານ ຄື:
ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ອີງຕາ​ມ​ໂຕ​ເລກ​ຂອງ​ພະ​ແນກ​ການ​ເງິນ ນະຄອນຫຼວງຮ່າ​ໂນ້ຍ, ນັບ​ແຕ່​ຕົ້​ນ​ປີ​ຮອດ​ວັນ​ທີ 24 ສິງ​ຫາ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ດຶງ​ດູດ​​ໄດ້ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງຮ່າໂນ້ຍບັນ​ລຸ​ປະ​ມານ 3.7 ຕື້ກວ່າໂດລາ, ເທົ່າ​ກັບ 83%, ເປົ້າ​ໝາຍໝົດ​ປີ​ແມ່ນ 4.5 ຕື້ໂດລາ.
ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນ ແລະ ເສດຖະກິດຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ, ລາຍຮັບຈາກພາສີຂອງລັດຖະບານໄດ້ເພີ່ມຂຶ້ນ 8.4 ພັນຕື້ວອນ (ປະມານ 6 ຕື້ໂດລາ) ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ, ບັນລຸ 51 ພັນຕື້ວອນ ຊຶ່ງເປັນຜົນມາຈາກພາສີລາຍໄດ້ ແລະ ພາສີທຸລະກໍາຫຼັກຊັບທີ່ເພີ່ມຂຶ້ນ.
ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນວາງແຜນທີ່ຈະຊື້ເຂົ້າສຸກເສີນ 210,000 ໂຕນທີ່ປ່ອຍອອກຈາກຄັງສໍາຮອງໃນປີ 2025 ເພື່ອປ້ອງກັນການຫຼຸດລົງຂອງລາຄາຍ້ອນການສະໜອງເກີນ ຊຶ່ງຖືເປັນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໄດ້ຊື້ເຂົ້າຄືນທີ່ປ່ອຍອອກຈາກຄັງສຳຮອງ.

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ສຳນັກຂ່າວສານຊິນຮວາລາຍງານວ່າ: ຕາມການໃຫ້ຂໍ້ມູນຂອງຜູ້ໃຫ້ບໍລິການທາງລົດໄຟຂອງຈີນໃນວັນທີ 1 ກັນຍາ ຜ່ານມາໃຫ້ຮູ້ວ່າ, ໃນໄລຍະ 62 ວັນຂອງລະດູການເດີນທາງໃນໄລຍະລະດູຮ້ອນໃນປີນີ້, ທາງລົດໄຟຂອງຈີນໄດ້ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງ, ຂະນະທີ່ການຂົນສົ່ງສິນຄ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ ແລະ ປອດໄພ.
ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນສິງຫາຜ່ານມາວ່າ: ກະຊວງກະສິກຳຟີລິບປິນໄດ້ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າຊົ່ວຄາວ ເພື່ອເສີມຂະຫຍາຍການປະສານງານ ແລະ ຂັບເຄື່ອນໂຄງການພັດທະນາເຂົ້າທົ່ວປະເທດ. ຫ້ອງການດັ່ງກ່າວຈະເບິ່ງແຍງໂຄງການຕ່າງໆພາຍໃຕ້ໂຄງການເຂົ້າແຫ່ງຊາດ ແລະ ກອງທຶນ ເພີ່ມຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳເຂົ້າ, ທ່າມກາງສິ່ງທ້າທາຍຕ່າງໆຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ, ພື້ນຖານໂຄງລ່າງຫຼັງການເກັບກ່ຽວທີ່ບໍ່ພຽງພໍ ແລະ ຄວາມຕ້ອງການທີ່ຈະສົ່ງເສີມກະສິກຳທີ່ສາມາດທົນທານຕໍ່ການປ່ຽນແປງຂອງສະພາບອາກາດໄດ້ດີຂຶ້ນ.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກັນ​ຍາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26 ຢູ່​ນະ​ຄອນຫຼວງ​ບິ​ສ​ເຄັກ​ ປະ​ເທດ​ກຽກ​ກິດ​ສະ​ຖານ ພ້ອ​ມ​ທັງ​ກ່າວ​ຄຳ​ປາ​ໄສ​​ໃນ​ຫົວ​ຂໍ້ “ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ”.
ເພີ່ມເຕີມ