ຂ່າວລະບຸວ່າ: ບັນດາບໍລິສັດການບິນ ໄດ້ອະນຸຍາດເພີ່ມຄ່າໃຊ້ຈ່າຍນ້ຳມັນເຊື້ອໄຟຂຶ້ນເຖິງ 50% ຂອງຄ່າປີ້ຍົນ ໂດຍລັດຖະບານກຳນົດ, ອີງຕາມຊັ້ນການບໍລິການ. ຂໍ້ກຳນົດຂອງກະຊວງຄົມມະນາຄົມຂົນສົ່ງອິນໂດເນເຊຍ ມີຜົນບັງຄັບໃຊ້ນັບແຕ່ວັນທີ 13 ພຶດສະພາ ຜ່ານມາ, ບັນດາບໍລິສັດການບິນໄດ້ອະນຸຍາດໃຫ້ເພີ່ມຄ່າໃຊ້ຈ່າຍຂຶ້ນ 50% ຂອງລະດັບຄ່າປີ້ຍົນ. ລະດັບຄ່າໃຊ້ຈ່າຍໄດ້ກຳນົດໂດຍອີງຕາມຄ່ານ້ຳມັນເຊື້ອໄຟການບິນສະເລ່ຍ ໂດຍບັນດາບໍລິສັດສະໜອງນ້ຳມັນເຊື້ອໄຟຍົກອອກມາ.
ຄໍາເຫັນ