ທ່ານ ດັນເຕ ແຊັກໂຊໂນ ຮາບູໂວໂນ ຮອງລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍ ໄດ້ກ່າວກັບສື່ມວນຊົນວ່າ: ວິທີການປະຕິບັດງານຫຼາຍຂັ້ນຕອນເລີ່ມຕົ້ນດ້ວຍການໃຊ້ແບບສອບຖາມການກວດຫາມະເຮັງລຳໄສ້ໃຫຍ່ ແລະ ຮູທະວານ ໃນພາກພື້ນອາຊີ-ປາຊີຟິກ, ຕາມດ້ວຍການກວດຮູທະວານດ້ວຍລະບົບດີຈີຕອນ ແລະ ການກວດເລືອດໃນອາຈົມສຳລັບບຸກຄົນທີ່ມີຄວາມສ່ຽງສູງ.
ທັງນີ້, ມະເຮັງລຳໄສ້ໃຫຍ່ ແລະ ຮູທະວານ ຖືເປັນສິ່ງທ້າທາຍດ້ານສາທາລະນະສຸກຂອງອິນໂດເນເຊຍ, ຍ້ອນວ່າຄົນເຈັບສ່ວນໃຫຍ່ໃນປັດຈຸບັນມັກເຂົ້າມາປິ່ນປົວເມື່ອພະຍາດດັ່ງກ່າວຢູ່ໃນໄລຍະຮຸ່ນແຮງແລ້ວ ແລະ ເປັນມະເຮັງທີ່ພົບຫຼາຍທີ່ສຸດອັນດັບ 4 ໃນອິນໂດເນເຊຍ, ທັງຍັງເປັນສາເຫດອັນດັບທີ 5 ຂອງການເສຍຊີວິດທີ່ກ່ຽວຂ້ອງກັບມະເຮັງ ຂອງອິນໂດເນເຊຍ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 19,000 ຄົນຕໍ່ປີ.
ຄໍາເຫັນ