ທ່ານ ວາທານາ ກ່າວວ່າ: ນັກທ່ອງທ່ຽວຈຳນວນຫຼາຍກຳລັງຊອກຫາການຫຼົບໜີຈາກກິດຈະວັດປະຈຳວັນທີ່ໜ້າເບື່ອໜ່າຍ ເພື່ອຫັນມາດຳລົງຊີວິດຢູ່ກັບປັດຈຸບັນ ແລະ ຊອກຫາປະສົບການທີ່ມີຄວາມ ໝາຍຫຼາຍຂຶ້ນ. ໃນຂະນະດຽວກັນ, ບົດບາດທີ່ເພີ່ມຂຶ້ນຂອງປັນຍາປະດິດ (AI) ໃນຊີວິດປະຈຳວັນຍັງໄດ້ນຳໄປສູ່ການຕອບສະໜອງທີ່ແຕກຕ່າງກັນ, ໂດຍຜູ້ຄົນຫັນມາໃຫ້ຄຸນຄ່າກັບປະສົບການທີ່ແທ້ຈິງ, ການພົວພັນລະຫວ່າງມະນຸດຢ່າງຈິງໃຈ ແລະ ຈຸດໝາຍປາຍທາງທີ່ສ້າງຄວາມປະທັບໃຈ ແລະ ຄວາມຊົງຈຳທີ່ຍືນຍົງ. ທ່າອ່ຽງນີ້ສະທ້ອນໃຫ້ເຫັນໃນການເຕີບໂຕຂອງ "ເສດຖະກິດແຫ່ງປະສົບການ" ຊຶ່ງລວມເຖິງທຸລະກິດການອອກກຳລັງກາຍ ແລະ ສຸຂະພາບ ທີ່ກາຍເປັນໜຶ່ງໃນອຸດສາຫະກຳທີ່ເຕີບໂຕໄວທີ່ສຸດໃນໂລກ.
ທ່ານ ວາທານາ ອ້າງອີງຂໍ້ມູນຈາກສະຖາບັນສຸຂະພາບໂລກລະບຸວ່າ: ມູນຄ່າເສດຖະກິດດ້ານສຸຂະພາບທົ່ວໂລກບັນລຸ 6.8 ພັນຕື້ໂດລາ ໃນປີ 2024 ແລະ ຄາດວ່າຈະເຕີບໂຕເປັນ 9.75 ພັນຕື້ໂດລາໃນປີ 2029.
ຄໍາເຫັນ