ຜູ້ຕ້ອງສົງໄສທັງໝົດຖືກຈັບຕົວໃນນະຄອນຈາກາຕາ, ເມືອງຕັງເກຣັງໃຕ້ ແລະ ເມືອງເຊມາຣັງ ໃນເດືອນກໍລະກົດ ຜ່ານມາ ຍ້ອນຊ່ວຍເຫຼືອໃນການສ້າງຕັ້ງບໍລິສັດບັງໜ້າ ແລະ ເປີດບັນຊີທະນາຄານເພື່ອຮັບເງິນຈາກການພະນັນ. ໂດຍເຄືອຂ່າຍດັ່ງກ່າວໄດ້ດຳເນີນການທຸລະກຳຫຼາຍກວ່າ 1.03 ພັນຕື້ຣູເປຍ ລະຫວ່າງເດືອນມັງກອນ - ສິງຫາ 2026, ສະເລ່ຍປະມານ 8.6 ຕື້ຣູເປຍ ຕໍ່ມື້.
ຕຳຫຼວດອິນໂດເນເຊຍໄດ້ຢຶດເງິນປະມານ 51 ຕື້ຣູເປຍ ທີ່ຢູ່ໃນຄວາມຄອບຄອງຂອງຜູ້ໃຫ້ບໍລິການຊຳລະເງິນ 5 ຄົນ ແລະ ກຳລັງຄົ້ນຫາຜູ້ຕ້ອງສົງໄສຄົນທີ 6 ທີ່ເຊື່ອວ່າເປັນຜູ້ວາງແຜນຢູ່ເບື້ອງຫຼັງເຄືອຂ່າຍ. ຜູ້ຕ້ອງສົງໄສເຫຼົ່ານີ້ອາດຈະ ຕິດຄຸກສູງສຸດ 15 ປີ ພາຍໃຕ້ກົດໝາຍວ່າດ້ວຍການໂອນເງິນທາງເອເລັກໂຕຣນິກ ແລະ ກົດໝາຍອາຍາຂອງອິນໂດເນເຊຍ.
ຄໍາເຫັນ