ມູນຄ່າການຜະລິດຂອງວິສາຫະກິດທັນຍາຫານຈີນ ບັນລຸຫຼາຍກວ່າ 4 ພັນຕື້ຢວນຕໍ່ປີ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກຂໍ້ມູນໃນກອງປະຊຸມການຄ້າທັນຍາຫານຈີນ ຄັ້ງທີ 8 ທີ່ຈັດຂຶ້ນວັນທີ 5 ກັນຍາ ຜ່ານມາ ຢູ່ນະຄອນຊາງຊ່າ ແຂວງຫູໜານ ໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ວິສາຫະກິດທັນຍາຫານຂອງຈີນມີເຖິງ 24,000 ແຫ່ງ, ບັນລຸຍອດມູນຄ່າອຸດສາຫະກຳຫຼາຍກວ່າ 4 ພັນຕື້ຢວນຕໍ່ປີ, ມີເຂດ ແລະ ແຂວງຫຼາຍກວ່າ 1 ສ່ວນ 3 ມີມູນຄ່າຜົນຜະລິດບັນລຸຫຼາຍກວ່າ 1 ຮ້ອຍຕື້ຢວນ.
ຜົນຜະລິດທັນຍາຫານຕໍ່ປີຂອງຈີນ ໄດ້ຮັກສາຢູ່ທີ່ຫຼາຍກວ່າ 650 ລ້ານໂຕນຢ່າງຕໍ່ເນື່ອງ, ປີ 2024 ແລະ ປີ 2025 ໄດ້ບັນລຸຫຼາຍກວ່າ 700 ລ້ານໂຕນເປັນເວລາສອງປີຕິດຕໍ່ກັນ, ປີ 2025 ປະລິມານທັນຍາຫານສະເລ່ຍຕໍ່ຫົວຄົນໄດ້ບັນລຸ 508.9 ກິໂລ, ຫຼາຍກວ່າລະດັບສະເລ່ຍຂອງໂລກ. ປະລິມານທັນຍາຫານໃນຄັງສຳຮອງໂດຍລວມແມ່ນຢູ່ໃນລະດັບສູງ, ສະພາບໂຄງປະກອບໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດຕອບສະໜອງຄວາມຕ້ອງການໃນການຮັບປະກັນການສະໜອງຢ່າງມີປະສິດທິພາບ.
ຄໍາເຫັນ