![]() |
ທ່ານ ນາງ ມຸກຂະລິນ ຈັນດາລາ ສະມາຊິກບໍລິສັດ ສາມນໍ້າກະເສດພາລວຍ ຈຳກັດ ຊຶ່ງເປັນຕົວແທນເຂົ້າປະກວດຈາກແຂວງອຸດົມໄຊ ຜູ້ສົ່ງເຂົ້າປະກວດແມ່ນບໍລິສັດ ສາມນໍ້າກະເສດພາລວຍ ຈຳກັດ ນໍາສົ່ງຕາງໜ້າແຂວງໂດຍພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງອຸດົມໄຊ ໄດ້ໃຫ້ສຳພາດໃນວັນທີ 6 ກັນຍາ ຜ່ານມາວ່າ: ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ປະກວດພາຂວັນຊຶ່ງເປັນຕົວແທນໃຫ້ແຂວງອຸດົມໄຊ ເພື່ອມາເຜີຍແຜ່ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນແຂວງອຸດົມໄຊ ຊຶ່ງພາຂວັນຊົງນີ້ຈະແຕກຕ່າງກັບຂອງແຕ່ລະແຂວງ ໃນນັ້ນມີຫຼາຍແບບຫຼາຍກີບຫຼາຍຊັ້ນ ໂດຍຈະມີ 3 ຊັ້ນ ສະແດງເຖິງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ການທີ່ມີຫຼາຍກີບຫຼາຍຊັ້ນນັ້ນ ຍ້ອນວ່າຢູ່ແຂວງອຸດົມໄຊມີຫຼາຍຊົນເຜົ່າເຕົ້າໂຮມຢູ່ແຂວງດຽວກັນ ໃນການສ້າງຮູບແບບພາຂວັນນີ້ຂຶ້ນມາ ທີ່ເປັນປະຈັກຕາ ເພື່ອບາສີສູ່ຂວັນຊົນເຜົ່າ ບາສີສູ່ຂວັນການນໍາແຂວງ ແຂກຕ່າງປະເທດທີ່ມາຢ້ຽມຢາມ ແລະ ນັກທ່ອງທ່ຽວທີ່ມາທ່ຽວແຂວງອຸດົມໄຊ. ໃນນັ້ນຈະມີການບາສີສູ່ຂວັນລວມຂອງຊົນເຜົ່າທົ່ວແຂວງອຸດົມໄຊ.
![]() |
ທ່ານ ນາງ ມຸກຂະລິນ ຈັນດາລາ ກ່າວຕື່ມວ່າ: ການເຂົ້າຮ່ວມງານຄັ້ງນີ້, ເຖິງວ່າຈະໄດ້ຮັບລາງ ວັນຊົມເຊີຍ ແຕ່ກໍມີຄວາມພາກພູມໃຈຫຼາຍທີ່ໄດ້ມາເຫັນໝາກເບັ່ງ ກໍຄືພາຂວັນຈາກຫຼາຍທ້ອງຖິ່ນຫຼາຍແຂວງທີ່ມີເອກລັກສະເພາະຂອງໃຜລາວ. ນອກນີ້, ຍັງເຮັດໃຫ້ທີມງານພວກເຮົາໄດ້ຄວາມຮູ້ ໄດ້ປະສົບການ ຈາກການໄດ້ມາພົບປະແລກປ່ຽນດ້ານຕ່າງໆ ກັບຜູ້ປະກອບການເຮັດພາຂວັນ ເພື່ອຈະເປັນບົດຮຽນອັນລໍ້າຄ່າ ນໍາໄປພັດທະນາຜະລິດຕະພັນຂອງຕົນ ໃຫ້ເປັນທີ່ຍອມຮັບຂອງສັງຄົມ ແລະ ລູກຄ້າພາຍໃນແຂວງ ກໍຄືທົ່ວປະເທດ.
ສຳລັບຮ້ານພາຂວັນຂອງພວກເຮົາຕັ້ງຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນຮ້ານພາຂວັນຮັບງານຄົບວົງຈອນຕາມຄວາມຕ້ອງການຂອງລູກຄ້າ, ນອກນີ້ຮ້ານພວກເຮົາຍັງຂາຍເຄື່ອງສັງຄະທານຕື່ມອີກ. ດັ່ງນັ້ນ, ຜູ້ທີ່ມີຄວາມສົນໃຈຕ້ອງການໃຫ້ບໍລິການພາຂວັນ ແລະ ເຄື່ອງສັງຄະທານໄປເຮັດກອງບຸນຕ່າງໆ ສາມາດຕິດຕໍ່ພົວພັນໄດ້ທີ່ຮ້ານຂອງພວກເຮົາໄດ້.
ຂ່າວ: ສົມສະຫວັນ


ຄໍາເຫັນ