![]() |
ທ່ານ ບຸນຫຼາຍ ບຸດທິ ໄດ້ກ່າວວ່າ: ການປະດັບຫຼຽນໃນຄັ້ງນີ້, ເປັນການສະແດງເຖິງການຮັບຮູ້ ແລະ ຍ້ອງຍໍຊົມເຊີຍຕໍ່ອະດີດການນໍາເມືອງ ທີ່ເຄີຍອຸທິດເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການນໍາພາ, ບໍລິຫານ ແລະ ພັດທະນາເມືອງລະມາມ ຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ ຍັງເປັນການຮັບຮູ້ຕໍ່ບົດບາດ ຂອງພາກທຸລະກິດ ໂດຍສະເພາະແມ່ນກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ທີ່ໄດ້ມີສ່ວນຮ່ວມໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ແລະ ສ້າງປະໂຫຍດໃຫ້ແກ່ສັງຄົມ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ແຂວງເຊກອງ ມີຜູ້ທີ່ໄດ້ຮັບການຍ້ອງຍໍປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ທັງໝົດຈໍານວນ 5,113 ທ່ານ, ຍິງ 1,130 ທ່ານ ໃນນີ້, ພະນັກງານ-ລັດຖະກອນ ປະຈໍາການ 3,463 ທ່ານ, ຍິງ 875 ທ່ານ; ພະນັກງານ-ລັດຖະກອນ ບໍານານ 800 ທ່ານ, ຍິງ 155 ທ່ານ ແລະ ນັກທຸລະກິດ, ຜູ້ປະກອບການ, ອົງການປົກຄອງບ້ານ ຈໍານວນ 850 ທ່ານ, ຍິງ 100 ທ່ານ
ຂ່າວ: ສັນຍາ

ຄໍາເຫັນ