![]() |
ທ່ານ ສົມຫວັງ ຄຳແຫ່ງ ຕາງໜ້າຄະນະກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າ ເມືອງພຽງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຸ່ມໃນໄລຍະຜ່ານມາ ແລະ ທິດທາງແຜນການປະຈຳປີ 2027 ໃຫ້ຮູ້ວ່າ: ກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າ ເມືອງພຽງ ສ້າງຕັ້ງຂຶ້ນໃນປີ 2006, ປັດຈຸບັນ ມີສະມາຊິກທັງໝົດ 45 ທ່ານ, ມີໂຮງສີເຂົ້າທັນສະໄໝ 10 ແຫ່ງ ເຊິ່ງສາມາດສີເຂົ້າ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ຢ່າງພຽງພໍ, ກຸ່ມດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກ ທະນາຄານໂລກ 4 ຫົວໜ່ວຍ (ມູນຄ່າ 120,000 ກວ່າໂດລາ) ແລະ ໂຄງການຊົນລະກະເສດ 1 ຫົວໜ່ວຍ (ມູນຄ່າ 8,700 ໂດລາ).
ປັດຈຸບັນ ມີເງິນກອງທຶນຂອງກຸ່ມທັງໝົດ 6 ລ້ານກວ່າກີບ ເພື່ອໃຊ້ບໍລິຫານ ແລະ ຊ່ວຍເຫຼືອສະມາຊິກ; ບົດສະຫຼຸບດັ່ງກ່າວ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນແກ້ໄຂ, ພ້ອມທັງໄດ້ວາງທິດທາງແຜນການໃນຕໍ່ໜ້າ ເພື່ອປັບປຸງລະບຽບການ, ເຮັດສັນຍາຜູກພັນກັບກຸ່ມຜູ້ຜະລິດ, ສ້າງຄວາມເຂັ້ມແຂງໃຫ້ກຸ່ມ.
![]() |
ໃນໂອກາດນີ້ຄະນະກຸ່ມຊຸດເກົ່າໄດ້ກ່າວລາໜ້າທີ່ພ້ອມທັງປະຊາມະຕິເປັນເອກະສັນກັນຮັບຮອງເອົາຄະນະກຸ່ມຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳການເຄື່ອນໄຫວຂອງກຸ່ມໃຫ້ມີຄວາມເຂັ້ມແຂງ.
ທ່ານ ກອງໄຊ ໄຊຍະລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະກຸ່ມຊຸດເກົ່າຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະກຸ່ມຊຸດໃໝ່ ເອົາໃຈໃສ່ປະຕິບັດພາລະບົດບາດ, ປະຕິບັດກົດລະບຽບຂອງກຸ່ມຢ່າງເຂັ້ມງວດ, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ-ເກັບຊື້ເຂົ້າ ແລະ ເຮັດໃຫ້ກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າ ເມືອງພຽງ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຂ່າວ: ວົງສະຫວັນ ສຸທິໂວຫານ


ຄໍາເຫັນ