ນອກຈາກນັ້ນ, ລັດຖະບານກຳລັງຈັດສັນໂຄຕ້າການນຳເຂົ້ານ້ຳຕານແຍກຕ່າງຫາກຈຳນວນ 508,360 ໂຕນສຳລັບຂະແໜງການຜະລິດອຸດສາຫະກຳເພື່ອການສົ່ງອອກ. ໂດຍການນຳເຂົ້າສ່ວນໃຫຍ່ຈະເປັນນ້ຳຕານດິບ ແລະ ສອດຄ່ອງກັບຄວາມຕ້ອງການທີ່ຄາດຄະເນຈາກຂະແໜງການຜະລິດ.
ໃນປີ 2025, ອິນໂດເນເຊຍໄດ້ກຳນົດໂຄຕ້າສຳລັບການນຳເຂົ້ານ້ຳຕານດິບທັງໝົດ 4.39 ລ້ານໂຕນ, ແຕ່ໄດ້ໂຈະການອອກໃບອະນຸຍາດນຳເຂົ້າໃນເດືອນກັນຍາ. ຫຼັງຈາກຊາວກະສິກອນອ້ອຍໄດ້ຮ້ອງຮຽນວ່າມີຄວາມຫຍຸ້ງຍາກໃນການແຂ່ງຂັນກັບຜູ້ສະໜອງຕ່າງປະເທດ.
ກ່ອນທີ່ລັດຖະບານຈະໂຈະໃບອະນຸຍາດນຳເຂົ້າສຳລັບສ່ວນທີ່ເຫຼືອຂອງປີ, ໄດ້ມີການອອກໃບອະນຸຍາດນຳເຂົ້ານ້ຳຕານ 4.19 ລ້ານໂຕນ ພາຍໃຕ້ໂຄຕ້ານຳເຂົ້າຂອງປີ 2025.
ຄໍາເຫັນ