ປະທານາທິບໍດີ ອິນໂດເນເຊຍ ວາງເປົ້າໝາຍດຶງດູດການລົງທຶນປະມານ 815 ຕື້ໂດລາ ລະຫວ່າງປີ 2025-2029 ເພື່ອບັນລຸອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) 8%.
ທ່ານ ຣູສລານີ ກ່າວວ່າ: ການລົງທຶນແມ່ນຕົວຂັບເຄື່ອນທີ່ສໍາຄັນຂອງການບັນລຸການເຕີບໂຕຂອງ GDP ໃນປະເທດ. ໂດຍເປົ້າໝາຍດຶງດູດການລົງທຶນທັງໝົດໃນໄລຍະ 5 ປີຕໍ່ໜ້າ (2025-2029) ຈະສູງເກີນ 800 ຕື້ໂດລາ, ເພີ່ມຂຶ້ນ 143% ເມື່ອທຽບໃສ່ການລົງທຶນທັງໝົດໃນທົດສະວັດທີ່ຜ່ານມາ.
ທັງນີ້, ທ່ານ ຣູສລານີ ເນັ້ນໜັກເຖິງບົດບາດສຳຄັນຂອງການລົງທຶນໃນໂຄງສ້າງເສດຖະກິດຂອງ ອິນໂດເນເຊຍ. ໂດຍປັດຈຸບັນ, ປະມານ 53% ຂອງການເຕີບໂຕທາງດ້ານເສດຖະກິດຂອງປະເທດແມ່ນຂັບເຄື່ອນດ້ວຍການບໍລິໂພກພາຍໃນ, 28% ດ້ວຍການລົງທຶນ, 9% ດ້ວຍການໃຊ້ຈ່າຍຂອງລັດຖະບານແລະ 2% ດ້ວຍມູນຄ່າການສົ່ງອອກສຸດທິ.
ນອກຈາກນັ້ນ, ທ່ານ ຣູສລານີ ໄດ້ແບ່ງປັນໂຕເລກການຄາດຄະເນຢ່າງເປັນທາງການທີ່ຊີ້ໃຫ້ເຫັນວ່າ: ການເຕີບໂຕທາງດ້ານເສດຖະກິດຂອງອິນໂດເນເຊຍມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 5 ປີຂ້າງໜ້າ, ໂດຍອັດຕາການເຕີບໂຕຂອງການລົງທຶນໂດຍສະເລ່ຍແມ່ນ 15.67% ຕໍ່ປີ.
ຄໍາເຫັນ