ຂ່າວລະບຸວ່າ: ທ່ານ ຄາເຊມ ກາຣີບາບາດີ ໄດ້ຢືນຢັນຫຼັງການພົບປະວ່າ, ອີຣານໄດ້ສ້າງຕັ້ງໜ່ວຍງານທີ່ຮັບຜິດຊອບການຕິດຕາມສະພາບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງອາເມຣິກາ-ອີຣານ ແລະ ດໍາເນີນການເຈລະຈາກ່ຽວກັບສັນຍາຂັ້ນສຸດທ້າຍ, ແຕ່ຍັງບໍ່ທັນໄດ້ດຳເນີນການເຈລະຈາທີ່ກ່ຽວຂ້ອງຢ່າງເປັນທາງການເທື່ອ. ອີຣານກຳລັງສືບຕໍ່ການປຶກສາຫາລືຜ່ານຜູ້ໄກ່ເກ່ຍ ເພື່ອຢືນຢັນວັນເວລາ ແລະ ສະຖານທີ່ຂອງການເຈລະຈາ, “ຖ້າຫາກເງື່ອນໄຂຈຳເປັນໄດ້ຮັບການຕອບສະໜອງ, ໜ່ວຍງານດັ່ງກ່າວຈະດຳເນີນການເຈລະຈາຢ່າງເປັນທາງການ”.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ